(VOVWORLD) - ໃນລະຫວ່າງວັນທີ 10 – 11 ມິຖຸນາ, ຢູ່ ປີນັງ, ມາເລເຊຍ, ໄດ້ດຳເນີນຫຼາຍກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ໃນຂອບເຂບ ອາຊຽນ, ອາຊຽນ +3, ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ແລະ ເວທີປາໄສພາກພື້ນ ອາຊຽນ (ARF), ດ້ວຍການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 10 ປະເທດ ອາຊຽນ ແລະ 17 ຄູ່ຮ່ວມມື.
ທີ່ກອງປະຊຸມ, ຜ່ານບົດລາຍງານຂອງກອງເລຂາ ອາຊຽນ ໄດ້ຊີ້ໃຫ້ເຫັນການຮ່ວມມືໃນບັນດາກົນໄກສືບຕໍ່ມີຄວາມຄືບໜ້າທີ່ຕັ້ງໜ້າ. ໃນຂອບເຂດກົນໄກ ອາຊຽນ +3, ການເຄື່ອນໄຫວໃນແຜນການປະຕິບັດງານໄລຍະ 2023 – 2027 ກວ່າ 60% ໄດ້ ແລະ ກຳລັງໄດ້ຮັບການຜັນຂະຫຍາຍໃນຫຼາຍຂົງເຂດ ແຕ່ການຄ້າ, ການລົງທຶນ, ວິສາຫະກິດຂະໜາດນ້ອຍ ແລະ ກາງ, ຕະຫຼອດຮອດການທ່ອງທ່ຽວ, ການເຊື່ອມຕໍ່ລະບົບສະໜອງ. ແຜນການເຄື່ອນໄຫວ EAS ໄລຍະ 2024 – 2028 ເບື້ອງຕົ້ນບັນລຸໝາກຜົນທີ່ໜ້າຊື່ນຊົມໃນບັນດາຂົງເຂດຄື: ດິນຟ້າອາກາດ, ສິ່ງແວດລ້ອມ, ພະລັງງານ, ສາທາລະນະສຸກ, ການເຊື່ອມຕໍ່ ແລະ ການເດີນເຮືອ. ບັນດາກົນໄກຂຶ້ນກັບ ARF ກໍພວມຜັນຂະຫຍາຍຢ່າງຕິດແທດຕາມແຜນການປະຕິບັດງານທີ່ໄດ້ວາງອອກ ດ້ວຍຫຼາຍການເຄື່ອນໄຫວທີ່ແທດຈິງກ່ຽວກັບຄວາມໝັ້ນຄົງໃນການເດີນເຮືອ, ການຄວບຄຸມ ແລະ ຫຼຸດຜ່ອນໄພພິບັດທຳມະຊາດ, ການຮັບມືກັບອາດຊະຍາກຳຂ້າມຊາດ, ການປ້ອງກັນ, ຕ້ານການກໍ່ການຮ້າຍ...
ໃນບັນດາວາລະປຶກສາຫາລື, ບັນດາປະເທດໄດ້ແລກປ່ຽນຢ່າງກົງໄປກົງມາກ່ຽວກັບຫຼາຍບັນຫາສາກົນ ແລະ ພາກພື້ນ, ຄື: ທະເລຕາເວັນອອກ, ມຽນມາ, ແຫຼມ ເກົາຫຼີ, ຕາເວັນອອກກາງ, ການປະທະກັນຢູ່ ຢູແກຼນ..., ພ້ອມທັງເນັ້ນໜັກເຖິງການແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນ ມີກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) ປີ 1982. ບັນດາປະເທດເຫັນດີຊຸກຍູ້ບັນດາຂອບເຂດການຮ່ວມມືຄື ສັນຍາແມ່ເສດຖະກິດດີຈີຕອນ, ຕາໜ່າງໄຟຟ້າ ອາຊຽນ, ຍົກລະດັບສັນຍາການຄ້າເສລີ ອາຊຽນ - ຈີນ 3.0, ກອງທຶນສຳຮອງເຂົ້າສຸກເສີນ ອາຊຽນ +3, ລະບົບນິເວດລົດໄຟຟ້າ, ການເຊື່ອມຕໍ່ໃນການຊຳລະຂ້າມຊາຍແດນ...