ກອງປະຊຸມເທື່ອທີ 17 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານອາດສະຍາກຳ

(VOVWORLD) -ທ່ານເລຂາທິການໃຫຍ່, ປະທານປະເທດໄດ້ສະເໜີວ່າ ປີ 2020, ສືບຕໍ່ສຸມໃສ່ຍູ້ແຮງການສ້າງລະບອບລະບຽບການກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫລວງໃຫ້ສຳເລັດ
ກອງປະຊຸມເທື່ອທີ 17 ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານອາດສະຍາກຳ - ảnh 1 ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ (ພາບ: TTXVN)

ຕອນເຊົ້າວັນທີ 15 ມັງກອນ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງໄດ້ຈັດຕັ້ງກອງປະຊຸມເທື່ອທີ 17 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ, ຫົວໜ້າຄະນະຊີ້ນຳ, ເພື່ອກວດກາ, ຕີລາຄາໝາກຜົນແຫ່ງການເຄື່ອນໄຫວຂອງປີ 2019; ປຶກສາຫາລື, ປະກອບຄຳເຫັນກ່ຽວກັບທິດທາງ, ໜ້າທີ່ຈຸດສຸມວຽກງານປີ 2020. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນັ້ນໜັກວ່າ:

        “ປີ 2020 ແມ່ນປີທີ່ມີຫລາຍເຫດການໃຫຍ່ຂອງປະເທດຊາດ, ພິເສດແມ່ນດຳເນີນກອງປະຊຸມໃຫຍ່ອົງຄະນະພັກທຸກຂັ້ນ, ກ້າວໄປເຖິງກອງປະຊຸມໃຫຍ່ຄັ້ງທີ 13 ຂອງ. ຈັດຕັ້ງກອງປະຊຸມໃຫຍ່ເປັນຢ່າງດີທີ່ສຸດ ການປ້ອງກັນຕ້ານການສໍ້ລາດບັງຫລວງກໍ່ດີ. ການປ້ອງກັນຕ້ານການສໍ້ລາດບັງຫລວງດີ, ການເລືອກເອົາບຸກຄະລາກອນດີ ກອງປະຊຸມໃຫຍ່ຈະປະສົບຜົນສຳເລັດຢ່າງຈົບງາມ. ຕ້ອງສືບຕໍ່ເສີມຂະຫຍາຍໝາກຜົນຂອງປີ 2019 ຢ່າງບໍ່ຢຸດຢັ້ງ.

        ທ່ານເລຂາທິການໃຫຍ່, ປະທານປະເທດໄດ້ສະເໜີວ່າ ປີ 2020, ສືບຕໍ່ສຸມໃສ່ຍູ້ແຮງການສ້າງລະບອບລະບຽບການກ່ຽວກັບການຄຸ້ມຄອງເສດຖະກິດ - ສັງຄົມ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫລວງໃຫ້ສຳເລັດ; ສືບຕໍ່ຄົ້ນຄວ້າ, ສະເໜີບັນດາແຜນນະໂຍບາຍ, ການກຳນົດທິດໃຫຍ່ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫລວງທີ່ລະບຸໃນບັນດາຮ່າງເອກະສານກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ຕອບກັບ

ຂ່າວ/ບົດ​ອື່ນ