ກອງປະຊຸມໂຄສະນາກ່ຽວກັບ ທະເລ ເກາະ ຢູ່ນະຄອນ ໂຮ່ຈີມິນ

ກອງປະຊຸມໂຄສະນາກ່ຽວກັບ ທະເລ ເກາະ ຢູ່ນະຄອນ ໂຮ່ຈີມິນ - ảnh 1

​ໃນ​ລະຫວ່າງ​ວັນ​ທີ 2 ​ແລະ​ ວັນ​ທີ 3/12, ຢູ່​ນະຄອນ ​ໂຮ່ຈີ​ມິນ, ຄະນະ​​ໂຄສະນາສຶກສາ​ສູນ​ກາງ​ ຫວຽດນາມ ຈັ​ດຕັ້ງ​ກອງ​ປະຊຸມ​ເຝິກອົບຮົມ​ກ່ຽວ​ກັບ​ວຽກ​ງານ​ສື່ສານ​ກັບ​ຕ່າງປະ​ເທດ, ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ​ ການ​ຂີ​ດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ​ປີ 2011. ຢູ່​ທີ່​ກອງ​ປະຊຸມ, ບັນດາ​ນັກ​ສຳ​ມະ​ນາກ​ອນ ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ໝາກຜົນ​ທີ່​ບັນລຸ​ໄດ້, ​ເນື້ອ​ໃນ​ຕົ້ນ​ຕໍ່​ຂອງ​ນະ​ໂຍບາຍ​ຕ່າງໆ​ທີ່​ກ່ຽວຂ້ອງ​ເຖິງວຽກ​ງານ​ສື່​ສານ​ກັບ​ຕ່າງປະ​ເທດ, ​ໂຄສະນາ​ກ່ຽວ​ກັບ​ທະ​ເລ, ​ເກາະ ​ແລະ​ການ​ຂີ​ດ​ເສັ້ນ​ຊາຍ​ແດນ, ປັກ​ຫຼັກ​ໝາຍ​ຊາຍ​ແດນ. ພ້ອມ​ທັງ​ເຜີຍ​ແຜ່​ຮູບ​ການ​ໂຄສະນາ​ໃນ​ສະພາບ​ການ​ໃໝ່, ບົດຮຽນ​​ໃນ​ການ​ປະຕິບັດ​ວຽກ​ງານ​ນີ້​ຢູ່​ທ້ອງ​ຖີ່​ນຕ່າງໆ ​ເພື່ອ​ໃຫ້​ວຽກ​ງານ​ສື່ສານ, ​ໂຄສະນາ​​ໃນຂົງ​ເຂດ​ນີ້​ໃນ​ໄລຍະ​ຈະ​ມາ​ເຖິງ​ບັນລຸ​ປະສິດທິ​ຜົນ​ກວ່າ. ທ່ານ ຫງວຽນ​ຊວນ​ຢາ​ວ, ຜູ້​ວ່າການ ຫົວໜ້າ​ກົມ​ສື່ສານ​ກັບ​ຕ່າງປະ​ເທດ ​ແລະ ​ຮ່ວມ​ມື​ສາ​ຫົນ, ສັງກັດ​ຄະນະ​ໂຄສະນາ​ສຶກສາສູນ​ກາງ​ໃຫ້​ຮູ້​ວ່າ:

    ”ສຳ​ຫຼັບການ​ໂຄສະນາກ່ຽວ​ກັບ​ທະ​ເລ, ​ເກາະນັ້ນ, ພວກ​ເຮົາ​ຈະ​ໂຄສະນາ​ຕາມ​ທິດ​ເພີ່ມ​ທະວີ​ນ້ຳ​ໃຈ​ມິດຕະພາບ​ກັບ​ບັນດາ​ປະ​ເທດ​ທີ່​ມີ​ຄວາມ​​ເອົາ​ໃຈ​ໃສ່​ເຖິງ​ທະ​ເລ​ຕາ​ເວັນ​ອອກ. ດັ່ງ​ນັ້ນ, ຕ້ອງ​ໂຄສະນາ​ຕາມ​ທິດ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ, ສະຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ ​ແລະ​ຮັບປະກັນ​ສິດຜົນ​ປະ​ໂຫຍ​ດຂອງ​ທຸກໆ​ປະ​ເທດ, ​ໃນ​ນັ້ນ​ຕ້ອງ​ເຄົາລົບ​ນັບຖື​ອະທິປະ​ໄຕ, ຜືນ​ແຜ່ນດິນ​ຂອງ​ພວກ​ເຮົາ​ບົນ​ທະ​ເລ”

ຂ່າວ/ບົດ​ອື່ນ