ກອງປະຊຸມໂຄສະນາ,ສົ່ງເສີມການລົງທຶນການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ

ກອງປະຊຸມໂຄສະນາ,ສົ່ງເສີມການລົງທຶນການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ - ảnh 1
ກອງປະຊຸມໂຄສະນາ,ສົ່ງເສີມການລົງທຶນ
ການທ່ອງທ່ຽວເຂດຕາເວັນຕົກສ່ຽງເໜືອຂອງຫວຽດນາມ
(ພາບ: cand)

(vovworld) - ຕອນ​ເຊົ້າ​ວັນ​ທີ 23/11, ຢູ່​ນະ​ຄອນ​ໂຮ່​ຈິ​ມິນ, ຄະ​ນະ​ຊີ້​ນຳ​ເຂດ​ຕາເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ ໄດ້​ຈັດ​ກອງ​ປ​ະ​ຊຸມໂຄ​ສະ​ນາ, ສົ່ງ​ເສີມ​ການ​ລົງ​ທຶນ​ການ​ທ່ອງ​ທ່ຽວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມ. ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ເຮັດ​ແຈ້ງ​ຍຸດ​ທະ​ສາດ ແລະ ນະ​ໂຍ​ບາຍ​ໃຫ້​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ; ໂຄ​ສະ​ນາ​​ລະ​ອຽດ 12 ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ, 4 ​ສະ​ຖານ​ທ​ີ່​ທ່ອງ​ທ່ຽວ​ແຫ່ງ​ຊາດ ແລະ ເຂດ​ຕົວ​ເມືອງ​ທ່ອງ​ທ່ຽວ​ຊາ​ປາ; ຮຽກ​ຮ້ອງ​ການ​ລົງ​ທຶນ​ສ້າງ​ເງື່ອນ​ໄຂ​​ສ້າງ​ສຳ​ເລັດ​​ບັນ​ດາພື້ນ​ຖານ​ໂຄງ​ລ່າງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ, ການ​ລົງ​ທຶນ ແລະ ພັດ​ທະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ເຂດ…

      ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຖື​ວ່າ, ເຂດ ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ ມີ​ຈຸດ​ວັດ​ທະ​ນະ​ທຳ​ຫຼາຍ​ຢ່າງ, ມີ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ປະ​ຫວັດ​ສາດ​ຫຼາຍ​ແຫ່ງ. ສະ​ນັ້ນ, ຕ້ອງ​ຂຸດ​​ຄົ້ນ​ບັນ​ດາ​ຄວາມ​ສາ​ມາດ​ບົ່ມ​ຊ້​ອນນີ້​ຢ່າງ​ສຸດ​ຂີດ ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ຕ້ອງ​ໂຄ​ສະ​ນາ, ສົ່ງ​ເສີມ, ສ້າງ​ເງື່ອນ​ໄຂ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ທ່ອງ​ທ່ຽວຢ​ູ່​ນະ​ຄອນ​ໂຮ່​ຈິ​ມິນ ລົງ​ທຶນ​ພັດ​ທະ​ນາ​ຢູ່​ເຂດຕາ​ເວັນ​ຕົກ​ສ່ຽງ​ເໜືອ​ຂອງ​ຫວຽດ​ນາມ. ພ້ອມ​ທັງ, ລົງ​ທຶນ​ພັດ​ທະ​​ມາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ເພື່ອ​ຮັບ​ໃຊ້​ນ​ັກ​ທ່​ອງ​ທ່​ຽວ​ໃຫ້​ດີ​ທີ່​ສຸດ.

ຂ່າວ/ບົດ​ອື່ນ