ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດກ່ຽວກັບວຽກງານຕ້ານການຄ້າເຖື່ອນ,ສໍ້ໂກງການຄ້າ

ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນັດກ່ຽວກັບວຽກງານຕ້ານການຄ້າເຖື່ອນ,ສໍ້ໂກງການຄ້າ - ảnh 1
ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈື​ອງ​ຮ່​ວາ​ບີງ​ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld)- ກອງ​ປະ​ຊຸມ​ໂດຍ​ກົງ​​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນັດຂອງ​ຄະ​ນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບວຽກ​ງານ​ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ສິນ​ຄ້າ​ປອມ ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 9/3 ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈື​ອງ​ຮ່​ວາ​ບີງ, ຫົວ​ຫນ້າ​ຄະ​ນະ​ຊີ້​ນຳ​ ແຫ່ງ​ຊາດ​ກ່ຽວ​ກັບວຽກ​ງານ​ຕ້ານ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ສິນ​ຄ້າ​ປອມ. ທີ່ກອງ​ປະ​ຊຸມ, ມີ​ຫລາຍຄຳ​ເຫັນຖື​ວ່າ​ຄວນ​ສືບ​ຕໍ່​ສ້າງ​ສຳ​ເລັດ, ປັບ​ປຸງ​ບັນ​ດາ​ເອ​ກະ​ສານ​ນິ​ຕິ​ກຳ​ຮັບ​ປະ​ກັນ​ລັກ​ສະ​ນະ​ຄວາມ​ເປັນ​ໄປ​ໃນ​ການ​ແກ້​ໄຂ, ຕ້ອງ​ເດັດ​ດ່ຽວ​ໃນ​ການ​ແກ້​ໄຂ, ສະ​ກັດ​ກັ້ນ​ສະ​ພາບ​ການ​ຄ້າ​ເຖື່ອນ, ສໍ້​ໂກງ​ການ​ຄ້າ ແລະ ສິນ​ຄ້າ​ປອມ. ທ່ານ​ໂດ​ທັງ​ຫາຍ, ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສະ​ເຫນີ​ວ່າ​:

        “ພວກ​ຂ້າ​ພະ​ເຈົ້າ​ສະ​ເຫນີ​ລັດ​ຖະ​ບານ ສືບ​ຕໍ່​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ພິ​ເສດ​ແມ່ນ​ບັນ​ດາ​ທ້ອງ​ຖິ່ນ​ຄວນ​ເພີ່ມ​ທະ​ວີ​ບັນ​ດາ​ວຽກ​ງານກວດ​ກາ, ຄວບ​ຄຸມ​ການ​ສະ​ກັດ​ກັ້ນ​ສິນ​ຄ້າ​ນຳ​ເຂົ້າ​ເຖື່ອນ​​ຢູ່ຊາຍ​ແດນ, ຖ້າ​ຜ່ານ​ຊາຍ​ແດນ​ແລ້ວ​ແມ່ນ​ຍາກ​ທີ່ກວດ​ກາ​ໄດ້.”

 


ຕອບກັບ

ຂ່າວ/ບົດ​ອື່ນ