ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນດເພື່ອຮັບມືກັບໂລກໄຂ້ຫວັດສັດປີກຢ່າງຮີບດ່ວນ

ກອງປະຊຸມໂດຍກົງທາງເຄືອຂ່າຍອິນເຕີແນດເພື່ອຮັບມືກັບໂລກໄຂ້ຫວັດສັດປີກຢ່າງຮີບດ່ວນ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍເປັນປະທານກອງປະຊຸມ
ພາບ:chinhphu.vn

(vovworld)- ຕໍ່ຫນ້າ​ການ​ຜັນ​ແປ​ໄປ​ຢ່າງ​ສັບສົນ​ຂອງ​ໂລກ​ໄຂ້ຫວັດ​ສັດ​ປີກ H5N1 ​ແລະ ​ໄພ​​ເກີດ​ໂລກ​ໄຂ້ຫວັດ H7N9 ຈາກ​ບັນດາ​ປະ​ເທດ​ໃກ້​ຄຽງ ອາດ​ຈະ​​ແຜ່​ລາມ​ອອກ​ສູ່​ຫວຽດນາມ, ຕອນ​ບ່າຍ​ວັນ​ທີ 18/2, ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ໂດຍ​ກົງ​ຜ່ານ​ເຄືອ​ຂ່າຍ​ອິນ​ເຕີ​​ແນັດ​ກັບ​ບັນດາ​ແຂວງ, ນະຄອນ ​ເພື່ອ​ປຶກສາ​ຫາລື​ມາດ​ຕະການ​ຮັບ​ມື​ກັບ​ໂລກ​ໄຂ້ຫວັດ​ສັດປີກ​ຢ່າງ​ຮີບ​ດ່ວນ. ທີ່​ກອງ​ປະຊຸມ, ທ່ານ ຟ້າ​ມວັນ​ດົງ, ຫົວຫນ້າ​ກົມ​ສັດຕະວະ​ແພດ, ສັງກັດ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ໃຫ້​ຮູ້​ວ່າ: ປະຈຸ​ບັນ ມີ 11 ​ແຂວງ ​ໄດ້​​ເກີດ​ໂລກ​ໄຂ້​ຫວັດ​ສັດ​ປີກ A H5N1. ສຳລັບ​ໂລກ​ໄຂ້ຫວັດ A/H7N9 ປະຈຸ​ບັນຢູ່ ຫວຽດນາມ ບໍ່​ທັນ​ພົບ​ເຫັນ​ໄວຣັດ ຢູ່​ສັດ​ປີກ, ສິ່​ງ​ແວດ​ລ້ອມ ​ແລະ ຢູ່​ຄົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໄວ​ຮັດ​ດັ່ງກ່າວ​ໄດ້​ເກີດ​ຂຶ້ນ​ຢູ່​ແຂວງ ກວາງ​ສີ ປະ​ເທດ​ຈີນ ຊື່​ງ​ແມ່ນ​ສະຖານ​ທີ່​ຕິດ​ກັບ 4 ທ້ອງ​ຖິ່ນ​ທາງ​ພາກ​ເຫນືອ​ຂອງ​ຫວຽດນາມ ສະ​ນັ້ນ ຄວາມ​ສ່ຽງ​ໄວຣັດ ນີ້​ແຜ່​ລາມ​ອອກ​ສູ່​ຫວຽດນາມ ​ແມ່ນ​ສູງ​ສຸດ. ສະ​ນັ້ນ ກົມ​ສັດຕະວະ​ແພດ ສ​ະ​ເຫ​ນີບັນດທ້ອງ​ຖິ່ນ​ຕ້ອງ​ຕິດຕາມ​ສະພາບ​ການ​​ໂລກ​ໄຂ້ຫວັດ​ສັດ​ປີກ​ພາຍ​​ໃນ​ປະ​ເທດ ​ແລະ ບັນດາ​ປະ​ເທດ​​ໃກ້​ຄຽງ​ເປັນ​ປະຈຳ, ​ເພີ່ມ​ທະວີ​ການ​ຕິດຕາມ​ກວດກາ​ການ​ຂົນ​ສົ່ງ​ສັດ​ປີກ ​ແລະ ຜູ້​ໂດຍ​ສານ​ຜ່ານ​ຊາຍ​ແດນ. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ສະ​ເຫ​ນີ ຄະນະ​ຊີ້​ນຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ໄຂ້ຫວັດ​ສັດ​ປີກ ຊີ້​ນຳ​ບັນດາ​ຄະນະ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ​ຕ້ອງເດັດດ່ຽວ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ໂລກລະບາດ.

        “ມາດ​ຕະການ​ຂອງ​ພວກ​ເຮົາ​ຕ້ອງ​ຂ້ຽວຂາດ​ກວ່າ. ກ່ອນ​ອື່ນ​ໝົດ ພວກ​ເຮົາ​ຕ້ອງ​ຄວບ​ຄຸມ​ໂລກລະບາດ​ຢູ່​ຝຸງ​ສັດ​ປີກ ຕ້ອງ​ຮັກສາ​ຄວາ​ມປອດ​ໄພ​ໃຫ້​ແກ່​ວົງ​ຄະນາ​ຍາດ, ​ໃຫ້​ແກ່​ປະຊາຊົນ. ຂ້າພະ​ເຈົ້າ​ສະ​ເຫນີ ບັນດາ​ສະຫາຍ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ສຸມ​ໃສ່​ຊີ້​ນຳ​ບັນດາ​ອົງການ​ຫົວຫນ່ວຍ, ທ້ອງ​ຖິ່ນ​ຕ່າງໆ ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ, ​ເພື່ອເປີ​ດ​ເຜີຍ​ໂລກລະບາດ. ພວກ​ເຮົາ​ຢາກ​ສະກັດ​ກັ້ນ​ໂລກລະບາດ​ໄດ້ ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ໃນ​ໝູ່​ມະຫາຊົນ.”

ຂ່າວ/ບົດ​ອື່ນ