ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ ​ຍີ່​ປຸ່ນ ​ຢູ່​ ຫວຽດ​ນາມ

(VOVWORLD) -ກອງປະຊຸມໂອ້ລົມສົນທະນາກັບວິສາຫະກິດ ຍີ່ປຸ່ນ ຢູ່ ຫວຽດນາມຈັດຂຶ້ນໃນ  ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ.
ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ກັບ​ວິ​ສາ​ຫະ​ກິດ ​ຍີ່​ປຸ່ນ ​ຢູ່​ ຫວຽດ​ນາມ - ảnh 1(ພາບ: http://baochinhphu.vn/)

    ຕອນບ່າຍວັນທີ 21 ທັນວາ, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕຽນຢຸງ, ປະທານສະພາທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງທ່ານນາຍົກລັດຖະມົນຕີ ແລະ ທ່ານເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ຍີ່ປຸ່ນ ປະຈຳ ຫວຽດນາມ Yamada Takio ໄດ້ເປັນປະທານຮ່ວມກອງປະຊຸມໂອ້ລົມສົນທະນາ ກັບວິສາຫະກິດ ຍີ່ປຸ່ນ ຢູ່ຫວຽດນາມ. ເຂົ້າຮ່ວມເຫດການດັ່ງກ່າວ ມີກ່ວາ 40 ວິສາຫະກິດ ຍີ່ປຸ່ນ ພ້ອມກັບບັນດາຜູ້ຕາງໜ້າບັນດາອົງການ, ກະຊວງ, ຂະແໜງການຂອງຫວຽດນາມ.

   ທີ່ກອງປະຊຸມ,  ບັນດາ ວິສາຫະກິດ ຍີ່ປຸ່ນ ສະແດງຄວາມປາດຖະໜາ ຢາກສືບຕໍ່ຫັນບັນດາລະບຽບການເປັນງາຍດາຍ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ວິສາຫະກິດ ຍີ່ປຸ່ນ, ພ້ອມທັງ ສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການສົ່ງອອກສິນຄ້າ, ລະບຽບຖອນອາກອນຄືນ. ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານຫວຽດນາມ ມາຍຕຽນຢຸງ ຢືນຢັນວ່າ: ຫວຽດນາມ ຈະສືບຕໍ່ສ້າງເງື່ອນໄຂອຳນວຍຄວາມສະດວກ ເພື່ອໃຫ້ບັນດານັກລົງທຶນ ຍີ່ປຸ່ນ ມາລົງທຶນຢູ່ ຫວຽດນາມ ບົນພື້ນຖານຕ່າງຝ່າຍຕ່າງມີຜົນປະໂຫຍດ, ຮັບປະກັນຜົນປະໂຫຍດຂອງສອງຊາດ, ພ້ອມທັງຮັບປະກັນຜົນປະໂຫຍດຂອງວິສາຫະກິດ ກໍ່ຄືປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ