ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສະ​ມາ​ຊິກ​ ລັດ​ຖະ​ສະ​ພາ ເຊັກ​ໂກ ເຊື່ອ​ໝັ້ນ​ວ່າ ພັກ​ກອມ​ມູ​ນິດ ຫວຽດ​ນາມ​ຈະ​ນ​ຳ​ພາ​ປະ​ເທດ​ຊາດ​ບັນ​ລຸ​ໄດ້​ຜົນສຳ​ເລັດ​ໃໝ່

(VOVWORLD) -ທ່ານ Leo Luzar ສະມາຊິກ ພັກກອມມູນິດ ເຊັກໂກ Morava (KSCM), ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ເຊັກໂກ - ຫວຽດນາມ, ກຳມະການສະພານະຄອນ Ostrava ໃນການຕອບສຳພາດຕໍ່ນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມປະຈຳ ສ.ເຊັກໂກ.
ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ: ສະ​ມາ​ຊິກ​ ລັດ​ຖະ​ສະ​ພາ ເຊັກ​ໂກ ເຊື່ອ​ໝັ້ນ​ວ່າ ພັກ​ກອມ​ມູ​ນິດ ຫວຽດ​ນາມ​ຈະ​ນ​ຳ​ພາ​ປະ​ເທດ​ຊາດ​ບັນ​ລຸ​ໄດ້​ຜົນສຳ​ເລັດ​ໃໝ່ - ảnh 1ທ່ານ Leo Luzar ສະມາຊິກ ພັກກອມມູນິດ ເຊັກໂກ Morava (KSCM) ໃຫ້ສຳພາດຕໍ່ນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມປະຈຳ ສ.ເຊັກໂກ (ພາບ: TTXVN)

ດ້ວຍການຈັດກອງປະຊຸມໃຫຍ່ຄັ້ງທີ 13 ຢ່າງສຳເລັດຜົນ ແລະ ຮັບຮອງເອົາແນວທາງໂຄງການການເມືອງໃນໄລຍະໃໝ່, ພັກກອມມູນິດ ຫວຽດນາມ ຈະນຳພາປະເທດ ຫວຽດນາມ ບັນລຸໄດ້ ບັນດາຜົນສຳເລັດໃໝ່. ນັ້ນແມ່ນຂໍ້ສັງເກດຂອງທ່ານ Leo Luzar ສະມາຊິກ ພັກກອມມູນິດ ເຊັກໂກ Morava (KSCM), ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ເຊັກໂກ - ຫວຽດນາມ, ກຳມະການສະພານະຄອນ Ostrava ໃນການຕອບສຳພາດຕໍ່ນັກຂ່າວ ຂອງສຳນັກຂ່າວສານ ຫວຽດນາມປະຈຳ ສ.ເຊັກໂກ.

        ທ່ານ Luzar ຖືວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນເຫດການໃຫຍ່ ທີ່ພວມດຶງດູດຄວາມສົນໃຈຂອງ ສ.ເຊັກໂກ ເວົ້າລວມ ແລະ ພັກກອມມູນິດ ເຊັກໂກ Morava ເວົ້າສະເພາະ. ພັກກອມມູນິດ ເຊັກໂກ Morava ກໍ່ມີຄວາມສົນໃຈ, ຕິດຕາມວິວັດທະນາການກະກຽມກໍ່ຄືການດຳເນີນງານຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ຕາມທ່ານ Luzar ແລ້ວ, ໃນຊຸມປີຜ່ານມາ, ພັກກອມມູນິດ ຫວຽດນາມໄດ້ວາງອອກແນວທາງ, ໂຄງການດຳເນີນງານ ຢ່າງຖືກຕ້ອງເພື່ອນຳພາປະເທດຊາດ, ຜ່ານນັ້ນກໍ່ນຳຊີວິດການເປັນຢູ່ທີ່ອີ່ມໜຳສຳລາມ, ສົມບູນພູນສຸກ ມາໃຫ້ປະຊາຊົນໝົດທຸກຄົນ ພິເສດແມ່ນຜູ້ທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ