ກອງປະຊຸມໃຫຍ່ຄັ້ງທີ 5 ສະຫະພັນ ບັນດາອົງການມິດ ຕະພາບຫວຽດນາມ

ກອງປະຊຸມໃຫຍ່ຄັ້ງທີ 5 ສະຫະພັນ ບັນດາອົງການມິດ ຕະພາບຫວຽດນາມ - ảnh 1
ກອງປະຊຸມຂ່າວກ່ຽວກັບກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 5
ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ
(ພາບ: vtv.vn)


(vovworld)- ​ ​ ຕອນ​ເຊົ້າ​ວັນ​ທີ 30/12, ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ຂອງ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຖືກດຳ​ເນີນ​ຢູ່ຮ່າ​ໂນ້ຍ. ນີ້​ແມ່ນ​ເຫດການ​ການ​​ເມືອງ​ທີ່​ສຳຄັນ, ​ເປັນ​ຂີດ​ໝາຍ​ພັດທະນາ​ໃໝ່​ຂອງ​ສະຫະພັນ​ໃນ​ວຽກກງານ​ພົວພັນ​ຕ່າງປະ​ເທດ​ ປະຊາຊົນ, ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ພັດທະນາ​ເສດຖະກິດ, ສັງຄົມ, ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫ່ຍ, ທ່ານ​ຫງວຽນ​ທ້ຽນ​ເຍິນ ປະທານຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ເນັ້ນໜັກ​ວ່າ: ກອງ​ປະຊຸມ​ໃຫ່ຍຄັ້ງທີ 11 ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ຕົກລົງ​ກັບ​ແຜນ​ນະ​ໂຍບາຍ​ເປັນ​ເຈົ້າການ, ຕັ້ງໜ້າ​ນຳ​ປະ​ເທດ​ຊາດ​ເຊື່ອມ​​ໂຍງ​ເຂົ້າກັບສາກົນ ​ໃນ​ສະພາບ​ການ​​ໂລກ ​ແລະ ພາກ​ພື້ນ​ມີ​ການ​ຜັນ​ແປ​ຫຼາຍ​ຢ່າງ ພ້ອມ​ກັບ​ບັນດາ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ. ໜ້າ​ທີ່​ນັ້ນພວມ​ວາງ​ອອກ​ບັນດາ​ຄວາມຮຽກຮ້ອ​ງ​ປ່ຽນໃໝ່ສຳລັບ​ທຸກໆ​ຂົງ​ເຂດ​ວຽກ​ງານ, ​ໃນ​ນັ້ນມີວຽກງານ​ພົວພັນ​ຕ່າງປະ​ເທດ​ ປະຊາຊົນ. ທ່ານ​ຫງວຽນ​ທ້ຽນ​ເຍິນ ຊີ້​ແຈ້ງວ່າ:

  “ກອງ​ປະ​ຊຸມ​ສຸມ​ໃສ່​ປຶກສາ​ຫາລື​ວາງ​ອອກ​ບັນດາ​ທິດ​ທາງ, ມາດ​ຕະການ​ທີ່​ມີ​ປະສິດຜົນ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ​ແກ້​ໄຂ​ຄວາມ​ຈຳກັດ​ອ່ອນ​ດ້ອຍ, ປະກອບສ່ວນ​ຢ່າງ​ມີ​ປະສິດທິ​ຜົນ​ກ່ວາ​ເຂົ້າ​ໃນ​ວຽກງານ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ, ປ​ະກອບ​ສ່ວນ​ປະຕິບັດ​ມະຕິ​ຂອງ​ພັກ ​ແລະ ຄຳ​ສັ່ງ​ຂອງ​ຄະນະ​ເລຂາ​ຢ່າງ​ມີ​ໄຊ. ພ້ອມ​ກັນນັ້ນ, ຕ້ອງ​ເລີ່​ມຈາກ​ຄວາມ​ຮັບ​ຮູ້​ໃນ​ໄລຍະ​ໃໝ່, ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ຊື່​ງກັນ ​ແລະ ກັນ​ນັບ​ມື້​ນັບ​ເລິກ​ເຊິ່ງກ່ວາ, ນ້ຳໃຈ​ສາ​ມັກຄີ, ການ​ສະໜັບສະ​ໜູນ, ຊ່ວຍ​ເຫຼືອ, ຮ່ວມ​ມື​ຂອງ​ເພື່ອນ​ມິດສາ​ກົນ ​ແມ່ນ​ບັນດາ​ເງື່ອນ​ໄຂ​ທີ່​ຂາດ​ບໍ່​ໄດ້, ມີ​ບົດບາດ​ສຳຄັນ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ ປຊຊ ຫວຽດນາມ“.

   ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 5 ຂອງ ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ທິດ​ທາງ​ໃຫຍ່​ໃຫ້​ໄລຍະ 5 ປີ​ຈະ​ມາ​ເຖິງ ດ້ວຍ​ວິ​ໄສ​ທັດ​ຍາວ​ກວ່າ, ​ໃນ​ນັ້ນ​ສຸ​​ມ​ໃສ່​ເຂົ້າ​ໃນ​ບັນດາ​ມາດ​ຕະການ​​ເພື່ອ​ແນ​ໃສ່​ປ່ຽນ​ໃໝ່, ຍົກ​ສູງ​ປະ​ສິດທິ​ຜົນ​ບັນດາ​ການ​ເຄື່ອນ​ໄຫວ​ພົວພັນ​ຕ່າງປະ​ເທດ: ປັບປຸງ, ​​ເປີດ​ກວ້າງ, ພັດທະນາ​​ເຄືອ​ຂ່າຍ​ປະ​ເທດເພື່ອນ​ມິດ ​ແລະ ການ​ພົວພັນ​ຕ່າງປະ​ເທດຕາມ​ທິດ​ລົງ​​ເລິກ; ຕັ້ງໜ້າ​ເຂົ້າ​ຮ່ວມ​ບັນດາ​ການ​ພົວພັນ​ຫຼາຍ​ຝ່າຍ​ສຳຄັນ; ​ເພີ່ມ​ທະວີ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານຮ່ວມ​ມື​ກັບ​ອົງການ​ບໍ່​ຂຶ້ນ​ກັບ​ລັດຖະບານ​ຕ່າງປະ​ເທດ; ຍົກ​ສູງ​ຄຸນ​ນະພາບວຽກ​ງານ​ຄົ້ນຄວ້າ, ​ເປັນ​ເສນາ​ທິການ, ຖະ​ແຫຼ​ງຂ່າວ​ໃຫ້​ຕ່າງປະ​ເທດ; ປັບປຸງ ​ແລະ ພັດທະນາ​ສະຫະພັນ​ໃຫ້​ໝັ້ນຄົງ ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ