ກອງປະຊຸມໃຫຍ່ຄັ້ງທີ7ສະຫະສະມາຄົມວິທະຍາສາດແລະເຕັກນິກຫວຽດນາມ

ກອງປະຊຸມໃຫຍ່ຄັ້ງທີ7ສະຫະສະມາຄົມວິທະຍາສາດແລະເຕັກນິກຫວຽດນາມ - ảnh 1
ການປະຊຸມຂ່າວກ່ຽວກັບກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7
ສະຫະ​ສະມາຄົມ​​ວິທະຍາສາດ​ແລະ​ເຕັກນິກຫວຽດນາມ
(ພາບ: trithucvaphattrien.vn)


​(vovworld) - ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ສະຫະ​ສະມາຄົມ​​ວິທະຍາສາດ​ ແລະ​ ເຕັກ​ນິກຫວຽດນາມ ຈະຖືກ​ຈັດ​ຂຶ້ນ​ຢູ່​ຮ່າ​ໂນ້ຍ ​ໃນ​ລະຫວ່າງ​ວັນ​ທີ 02 – 03/06 ດ້ວຍການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​​​ທາງ​ການກວ່າ 600 ຄົນ ​ແລະ ​ແຂກ​ຖືກ​ເຊີນ 160 ຄົນ. ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້​ດ້ວຍຫົວ​ຂໍ້​ວ່າ “ສາມັກຄີ - ພູມປັນຍາ - ປ່ຽນ​ໃໝ່ - ພັດທະນາ”. ​ໃນ​ຊຸມ​ປີຜ່ານມາ, ສະຫະ​ສະມາຄົນ​ໄດ້ພັດ​ທະນາ ​ແລະ ​ເຕີບ​ໂຕ​ຢ່າງ​ບໍ່​ຢຸດ​ຢັ້ງ. ໄລ່​ມາ​ຮອດ​ປະຈຸ​ບັນ, ຈຳນວນ​​ຫົວໜ່ວຍສະມາຊິກ​ໄດ້​ເພີ່ມ​ຂຶ້ນ​ຫຼາຍພໍ​ສົມຄວນ​ເມື່ອ​ທຽບ​ໃສ່ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 6. ສະ​ນັ້ນ, ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 7 ​ນີ້ ​ມີ​ຂອບ​ເຂດ​ໃຫຍ່​ກວ່າ ​ແລະ ​ແມ່ນ​ເຫດການ​ສຳ​ຄັນ​ຂອງ​ວົງ​ການ​ປັນຍາ​ຊົນ ​ແລະ ນັກວິທະຍາສາດ​ຫວຽດນາມ. ​ໃນ​ໄລຍະ 5 ປີຜ່ານມາ, ສະຫະ​ຫະມາ​ຄົມ​ແມ່ນ​ອົງການ​ເຕົ້າ​ໂຮມ​​ປັນຍາ​ຊົນ​ເປັນ​ຈຳນວນ​​ຫຼວງຫຼາຍ ​ແລະ​ໄດ້ທາ​ບທາມ​ຄວາມ​ເຫັນ​ໃຫ້​ພັກ, ລັດ ຫຼາຍ​ບັນຫາ​ກ່ຽວ​ກັບ​ແຜນ​ນະ​ໂຍບາຍ, ​ແນວທາງ​ນະ​ໂຍບາຍ, ​ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫວ​ໄຈ້​​ແຍ​ກຕີ​ລາຄາ.

ຂ່າວ/ບົດ​ອື່ນ