ກອງປະຊມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5-2015

 ກອງປະຊມໃຫຍ່ທະເລອາຊີຕາເວັນອອກຄັ້ງທີ 5-2015 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່
ພາບ:danang

(vovworld)- ໃນ​ຂອບ​ເຂດກອງ​ປະ​ຊຸມ​ໃຫຍ່​ທະ​ເລ​ອາ​ຊີ​ຕາ​ເວັນ​ອອກ​ຄັ້ງ​ທີ 5 ປີ 2015 ດຳ​ເນີນ​ໃນ​ວັນ​ທີ 17 ແລະ 18/11 ຢູ່ ນະ​ຄອນ ດາ​ຫນັງ, ​ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ໃຫຍ່​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບບັນ​ດາ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ສັງ​ລວມ​ເຂດ​​ຝັ່ງ ເພື່ອ​ກຳ​ນົດ​ເປົ້າໝາຍ​ຈຸດ​ສຸມ, ແຜນ​ການ ແລະ ກາ​ລະ​ໂອ​ກາດ​ຮ່ວມ​ມື​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ທະ​ເລ​ອາ​ຊີ​ຕາ​ເວັນ​ອອກ. ບັນ​ດາ​ຜູ້​ແທນ​ຢືນ​ຢັນ: ການ​ຄຸ້ມ​ຄອງ​ສັງ​ລ​ວມ​ຢູ່​ເຂດ​ຝັ່ງ​ໄດ້​ພັດ​ທະ​ນາ​ກາ​ຍ​ເປັນ​ລະ​ບົບ​ຄຸ້ມ​ຄອງ​ໄດ້​ຮັບ​ການ​ກຳ​ນົດ, ເພື່ອ​ບັນ​ລຸ​ບັນ​ດາ​ມາດ​ຖານ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່​ຂັ້ນ​ທ້ອງ​ຖິ່ນ, ແຫ່ງ​ຊາດ ແລະ ທົ່ວ​ໂລກ. ບັນ​ດາ​ຜູ້​ແທນ​ກໍ​ສຸມ​ໃສ່​ປຶກ​ສາ​ຫາ​ລື ກ່ຽວ​ກັບ​ການ​ນຳ​ໃຊ້​ການ​ຄຸ້ມ​ຄອງ​ສັງ​ລວມ​ເຂດ​ຝັ່ງ​ໃຫ້​ແກ່​ການ​ຄຸ້ມ​ຄອງ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ ແລະ ລະ​ບົບ​ຄຸ້ມ​ຄອງ​ເຂດ​ອະ​ນຸ​ລັກ​ຮັກ​ສາ​ທະ​ເລ​ຢູ່​ຂັ້ນ​ທ້ອງ​ຖິ່ນ, ແຫ່ງ​ຊາດ ແລະ ອະ​ນຸ​ພາກ​ພື້ນ, ທະ​ວີ​ຄູນກ​ານ​ຄຸ້ມ​ຄອງ​ສັງ​ລວມ​ເຂດ​ຝ​ັ່ງ​ເພື່ອ​ຕອບ​ສະ​ຫນອງ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ