ສ້າງຄວາມສະດວກໃຫ້ແກ່ແຫຼ່ງກຳລັງລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ

(VOVWORLD) - ເລື່ອງອະນຸຍາດໃຫ້ບໍ່ຄິດໄລ່ພື້ນຖານໂຄງລ່າງທາງບົກແມ່ນຊັບສິນຂອງລັດ ແມ່ນທິດທາງທີ່ຖືກຕ້ອງ, ບົນພື້ນຖານຖອດຖອນບົດຮຽນ, ປະສົບການຈາກພຶດຕິກຳຕົວຈິງໃນວິວັດການຈັດຕັ້ງການລົງທຶນກໍ່ສ້າງ, ປັບປຸງ...
ສ້າງຄວາມສະດວກໃຫ້ແກ່ແຫຼ່ງກຳລັງລົງທຶນກໍ່ສ້າງພື້ນຖານໂຄງລ່າງຄົມມະນາຄົມ - ảnh 1ພາບປະກອບ

ຕອນເຊົ້າວັນທີ 21 ພຶດສະພາ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ຫໍປະຊຸມ ກ່ຽວກັບບາງເນື້ອໃນທີ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍທາງບົກ. ການສ້າງສຳເລັດກົດໝາຍວ່າດ້ວຍທາງບົກ ແມ່ນພື້ນຖານນິຕິກຳສຳຄັນເພື່ອສ້າງຄວາມສະດວກສຳລັບແຫຼ່ງກຳລັງລົງທຶນກໍ່ສ້າງພື້ນຖານໂຄງລ່າງທາງຄົມມະນາຄົມ.

        ເນື້ອໃນທີ່ໄດ້ເຕື້ອງເຖິງໃນຮ່າງກົດໝາຍນັ້ນແມ່ນ ນອກຈາກບັນດານະໂຍບາຍບຸລິມະສິດບັນດາແຫຼ່ງກຳລັງພັດທະນາພື້ນຖານໂຄງລ່າງທາງບົກ; ສ້າງກົນໄກເພື່ອຍູ້ແຮງການລະດົມບັນດາແຫຼ່ງກຳລັງສັງຄົມ; ບັນດາວິທີການລົງທຶນກໍ່ສ້າງ, ຄຸ້ມຄອງ, ເຄື່ອນໄຫວ, ຂຸດຄົ້ນ, ປົວແປງພື້ນຖານໂຄງລ່າງ… ເລື່ອງອະນຸຍາດໃຫ້ບໍ່ຄິດໄລ່ພື້ນຖານໂຄງລ່າງທາງບົກແມ່ນຊັບສິນຂອງລັດ ແມ່ນທິດທາງທີ່ຖືກຕ້ອງ, ບົນພື້ນຖານຖອດຖອນບົດຮຽນ, ປະສົບການຈາກພຶດຕິກຳຕົວຈິງໃນວິວັດການຈັດຕັ້ງການລົງທຶນກໍ່ສ້າງ, ປັບປຸງ, ຍົກລະດັບທາງບົກ. ນີ້ກໍ່ແມ່ນໜຶ່ງໃນບັນດາເນື້ອໃນສຳຄັນເພື່ອແນໃສ່ແກ້ໄຂບັນດາສິ່ງກີດຂວາງໃນຕົວຈິງ ໃນຂະນະທີ່ຜັນຂະຫຍາຍບັນດາໂຄງການຕາມຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ (PPP). ໃນເງື່ອນໄຂແຫຼ່ງງົບປະມານຂອງລັດຍັງປະສົບກັບຄວາມຫຍຸ້ງຍາກ, ຕ້ອງລະດົມແຫຼ່ງກຳລັງສັງຄົມສູງສຸດ, ຍູ້ແຮງການປະຕິຮູບ, ຍົກລະດັບ, ເປີດກ້ວາງບັນດາໂຄງການລົງທຶນພື້ນຖານໂຄງລ່າງຄົມມະນາຄົມຕາມຮູບແບບຄູ່ຮ່ວມມືພາກລັດ - ເອກະຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ