ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 2 ສະຫະສະມາ ຄົມນັກທຸລະກິດຫວຽດ ນາມ ອາໃສຢູ່ຕ່າງປະເທດ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ 2 ສະຫະສະມາ ຄົມນັກທຸລະກິດຫວຽດ ນາມ ອາໃສຢູ່ຕ່າງປະເທດ - ảnh 1
(ນັກທຸ​ລະ​ກິດພົບປະຢູ່ນອກກອງປະຊຸມ)

(vovworld) -     ຕອນ​ເຊົ້າ​ວັນ​ທີ 29/9, ຢູ່​ຫໍ​ປະຊຸມ​ຄະນະ​ພັກນະຄອນ​ໂຮ່ຈິ​ມິນ, ມີ​ຜູ້​ແທນ​ນັກທຸ​ລະ​ກິດຫວຽດນາມ ອາ​ໃສ​ຢູ່​ຕ່າງປະ​ເທດ ກວ່າ 200 ຄົນໄດ້​ເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ຄັ້ງ​ທີ 2 ສະຫະສະມາຄົມ​ນັກທຸລະກິດ​ຫວຽດນາມ ອາ​ໃສ​ຢູ່​ຕ່າງປະ​ເທດ.

        ທີ່​ກອງ​ປະຊຸມ​ໃຫຍ່, ບັນດາ​ຜູ້​ແທນ​ໄດ້​ຮັບ​ຝັງ​ບັດ​ລາຍ​ງານ​ສະ​ຫຼຸບ​ການ​ເຄື່ອນ​ໄຫວ​ສະຫະ​ສະມາ​ຄົມ​ອາຍຸ​ການ 2009 – 2012, ຮັບ​ຝັງ​ບົດ​ລາຍ​ງານ​ເພີ່​ມເຕີ່ມ ​ແລະ ລົງມະຕິ​ຮັບຮອງ​ເອົາກົດ​ລະບຽບຂອງສະຫະ​ສະມາຄົມ. ບັນດາ​ຜູ້​ແທນ​ກໍ​ໄດ້​ປຶກສາ​ຫາລື ​ແລະ ປະກອບ​ຄວາ​ທ​ເຫັນຢ່າງ​ກົງ​ໄປ​ກົງ​ມາ​ ​ເພື່ອ​ແນ​ໃສ່ແບ່ງປັນ​ບົດຮຽນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​​ແກ່ວິ​ສາ​ຫະກິດ​ໃນ​ສະພາບ​​ວິ​ກິດ​ການ​ເສດຖະກິດ​ທົ່ວ​ໂລກ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ Dang The Hung, ຮອງ​ຫົວໜ້າ​ຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ໄດ້​ຖື​ວ່າ.

        “ສະມາຊິກ​ແຕ່​ລະ​ຄົນ​ຕ້ອງ​ຖື​ສະຫະສະມາຄົມ​​ແມ່ນ​ຊາຍ​ຄາລວມ ​ແລະ ສະຫະສະມາຄົມ​ກໍ​ກ່າຍ​ເປັນ​ສະຖານ​ທີ່​ ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ໃຫ້​ສະມາຊິກ​ຢ່າງ​ແທດ​ຈິງ. ລາຍ​ການເຄື່ອນ​ໄຫວ​ຂອງສະຫະສະມາຄົມ​ຕ້ອງ​ໃກ້​ຊິດ​ກັບ​ສະພາບ​ຕົວ​ຈິ່ງ​ກວ່າ​ອີກ, ​ເພີ່ມ​ທະວີ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່, ​ເຕົ້າ​ໂຮມ​ສະມາຊິກ. ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ​ສະມາຄົມ​ຈະ​ສ້າງ​ຄວາມ​ສະໜິດ​ຕິດ​ພັນ, ພົວພັນ​ຢ່າງ​ແໜ້ນ​ແຟ້ນລະຫວ່າງຄະນະ​ກຳມະການ​ແຫ່ງ​ລັດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກັບ​ສະຫະສະມາຄົມ​​ ​ໃນ​ການ​ຍູ້​ແຮງ​ວຽກ​ງານ​ຂົນ​ຂວາຍ​ປະຊາ​ຄົມ​ນັກທຸລະກິດ, ວິ​ສາ​ຫະກິດຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ເພື່ອ​ຜົນ​ປະ​ໂຫຍດຂອງ​ວິ​ສາ​ຫະກິດ ​ແລະ ປະຊາ​ຄົມ, ປະ​ກອບ​ສ່ວນ​ສ້າງ​ຄວາມ​ຮັ່ງມີໃຫ້​​ແກ່ບ້ານ​ເກີດ​ເມືອງ​ນອນ, ປະ​ເທດ​ຊາດ”.

        ກອງ​ປະຊຸມ​ໃຫຍ່​ນັກທຸລະກິດ​ຊາວ​ຫວຽດນາມ ອາ​ໄສ​ທົ່ວໂລກ​ຄັ້ງ​ທີ 2 ​ໄດ້​ຮັບຮອງ​​ເອົາ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່ ​ແລະ ​ເລືອກຕັ້ງ​ຄະນະ​ບໍລິຫານ​ງານ​ງານ​ໃໝ່, ທ່ານ Nguyen Canh Son ​ສືບ​ຕໍ່ເປັນ​ປະທານ​ໃນ​ອາຍຸ​ການ​ໃໝ່.

        ທີ່​ກອງ​ປະຊຸມ​ຄັ້ງນີ້, ບັນດາ​ນັກທຸລະກິດ, ວິ​ສາ​ຫະກິດ ​ໄດ້​ມອບ​ຈຳນວນ​ເງິນ​ເກື​ອບ 150 ລ້ານ​ດົງ​ໃຫ້​ເກ​ອງທຶນ ​ເພື່ອໝາກ​ຫົວ​ໃຈ​ຂອງ​ເດັກນ້ອຍ ຂອງ​ວິທະຍຸ​​ໂທລະພາບ​ຫວຽດນາມ.

ຂ່າວ/ບົດ​ອື່ນ