ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ເສັ້ນທາງພາໄປເຖິງຜົນສຳເລັດໃໝ່

(VOVWORLD) -ຜູ້ຂຽນມີຄວາມເຊື່ອໝັ້ນກ່ຽວກັບອະນາຄົດອັນສະຫງ່າສະໄຫວຂອງຊາດຫວຽດນາມ
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ເສັ້ນທາງພາໄປເຖິງຜົນສຳເລັດໃໝ່ - ảnh 1

ວັນທີ 12 ມັງກອນ, ວາລະສານ “ໂລກຫຼາຍຂົ້ວ” ໄດ້ລົງບົດຂຽນ “ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ - ເສັ້ນທາງພາໄປເຖິງຜົນສຳເລັດໃໝ່” ຂອງທ່ານສາດສະດາຈານ Evgeny Kobelev, ໃນນັ້ນໄດ້ຍົກໃຫ້ເຫັນບັນດາຜົນງານພົ້ນເດັ່ນຂອງຫວຽດນາມ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ ແລະ ເຊື່ອໝັ້ນວ່າ ຫວຽດນາມ ຈະກາຍເປັນ “ປະເທດມີຄວາມວັດທະນາຖາວອນ ແລະ ຜາສຸກ”, “ປະເທດພັດທະນາຕາມກຳນົດທິດສັງຄົມນິຍົມ”. ບົດຂຽນ ໄດ້ທົບທວນຄືນບັນດາຜົນງານປະຫວັດສາດທີ່ສະຫງ່າອົງອາດຂອງພັກກອມມູນິດຫວຽດນາມ ໃນຕະຫຼອດກວ່າ 90 ປີຜ່ານມາ, ຜູ້ຂຽນໄດ້ເນັ້ນໜັກວ່າ, ພັກກອມມູນິດຫວຽດນາມ ໂດຍປະທານໂຮ່ຈີມິນ ເປັນຜູ້ກໍ່ຕັ້ງ, ນັບແຕ່ການເຄື່ອນໄຫວໃນມື້ທຳອິດມາຮອດປະຈຸບັນ ໄດ້ສະແດງໃຫ້ເຫັນແມ່ນພັກປະດິດຄິດສ້າງ, ມີບັນດາຄຳຕັດສິນທີ່ກ້າຫານ, ເຕົ້າໂຮມຄວາມສາມັກຄີ, ກຳລັງແຮງຂອງທົ່ວປວງຊົນທັງຊາດຢ່າງບໍ່ຢຸດຢັ້ງ.

        ຜູ້ຂຽນມີຄວາມເຊື່ອໝັ້ນກ່ຽວກັບອະນາຄົດອັນສະຫງ່າສະໄຫວຂອງຊາດຫວຽດນາມ, ເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະປະຕິບັດໃຫ້ໄດ້ເປົ້າໝາຍພັດທະນາປະເທດຊາດໃຫ້ກາຍເປັນ “ປະເທດວັດທະນາຖາວອນ ແລະ ມີຄວາມຜາສຸກ” ແລະ ຮອດກາງສະຕະວັດທີ 21 ຈະກາຍເປັນປະເທດ “ພັດທະນາຕາມການກຳນົດທິດສັງຄົມນິຍົມ”.

ຕອບກັບ

ຂ່າວ/ບົດ​ອື່ນ