ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາມ - ແດນມາກ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດສະມາຄົມມິດຕະພາບຫວຽດນາມ - ແດນມາກ - ảnh 1
(ພາບປະກອບ)

(vovworld) – ​ວັນ​ທີ 26/05, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ກອງ​ປະຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ 2 ສະມາຄົມ​ມິດຕະພາບ​ຫວຽດນາມ - ​ແດນ​ມ​າກ. ກອງ​ປະຊຸມ​ໃຫຍ່​​ໄດ້​ເລືອກ​ຕັ້ງຄະນະ​ບໍລິຫານງານ​ໃໝ່ ລວມມີຜູ້​ແທນ 63 ທ່ານ. ທ່ານ​ເຈີ່ນ​ຮົ່ງຮ່າ, ຮອງ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິງ​​ແວດ​ລ້ອມ​ຫວຽດນາມ ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ປະທານ​ສະມາຄົມ​ມິດຕະພາບ​ຫວຽດນາມ - ​ແດນ​ມາກ ອາຍຸ​ການ 2014 – 2019. ກ່າວ​ຄຳ​ເຫັນ​ຊົມ​ເຊີຍ​ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່, ທ່ານ​ນາງຮອງ​ປະທານ​ສະຫະ​ພັນ​ບັນດາ​ອົງການ​ມິດຕະພາບ​ຫວຽດນາມ ຫງວຽນ​ທິຫ່ວາງ​ເວີນ ​ເນັ້ນ​ໜັກ​​ເຖິງ​ການ​ປະກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ສະມາຄົມ​ມິດຕະພາບ​ຫວຽດນາມ - ​ແດນ​ມາກ ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ; ​ໃນ​ນັ້ນ​ມີ​ບັນດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກປ່ຽນ, ​ເປັນ​ຂົວ​ຕໍ່​ມິດຕະພາບ ​ແລະ ການຮ່ວມ​ມື, ປະກອບສ່ວນ​​​​ເຊື່ອມຈອດ ​ແລະ ຊຸກຍູ້ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ປະຊາຊົນ 2 ປະ​ເທດ.

ຂ່າວ/ບົດ​ອື່ນ