ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກສຶກສານະຄອນໂຮ່ຈີມິນອາຍຸການ2015-2020

ກອງປະຊຸມໃຫຍ່ຜູ້ແທນສະມາຄົມນັກສຶກສານະຄອນໂຮ່ຈີມິນອາຍຸການ2015-2020 - ảnh 1
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຄົມ​ນັກ​ສຶກສາ​ນະຄອນ​ໂຮ່ຈີ​ມິນ​ຄັ້ງ​ທີ 5 ອາຍຸ​ການ 2015-2020
(ພາບ: nvhsv.org.vn)

(vovworld) - ຕອນ​ເຊົ້າ​ວັນ​ທີ 11/1, ຢູ່​ນະຄອນ​ໂຮ່ຈີ​ມິນ, ​ໄດ້​ດຳ​ເນີນ ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ສະມາຄົມ​ນັກ​ສຶກສາ​ນະຄອນ​ໂຮ່ຈີ​ມິນ​ຄັ້ງ​ທີ 5 ອາຍຸ​ການ 2015-2020, ດ້ວຍ​ຫົວ​ຂໍ້​ວ່າ “ນັກ​ສຶກສາ​ນະຄອນ​ໂຮ່ຈີ​ມິນ​ສູ້​ສົນ​ເປັນ​ນັກ​ສຶກສາ 5 ດີ ​ເພື່ອ​ນະຄອນ​ສີວິ​ໄລ, ພັດທະນາ“. ​ໃນ​ອາຍຸ​ການ​ທີ 4, ສະມາຄົມ​ນັກ​ສຶກສາ​ນະຄອນ​ໄດ້​ປະຕິບັດ​ບັ້ນ​ຂົນຂວາຍ “ນັກ​ສຶກສາ 5 ດີ“ ​ແລະ “ນັກ​ສຶກສາ​ສ້າງ​​ສະ​ພາບ​ແວດ​ລ້ອມ​ການ​ສຶກສາ​ທີ່​ຕັ້ງໜ້າ, ສະໜິດ​ຕິດ​ພັນ, ບໍລິສຸດ“ຢ່າງ​ມີ​ປະສິດທິ​ຜົນ. ຜ່ານ 5 ປີ ​ແຫ່ງ​ການ​ປະຕິບັດ, ມີ 16.000 ກວ່າ​ໝູ່​ຄະນະ ​ແລະ ສ່ວນ​ບຸກຄົນ​ໄດ້​ຮັບ​ການ​ຍ້ອງຍໍ ​ແລະ ຮັບ​ນາມມະຍົດ “ນັກ​ສຶກສາ 5 ດີ“. ​ໃນ​ອາຍຸ​ການ​ທີ 5 (2015-2020), ສະມາຄົມ ​ແລະ ຂະ​ບວນການ​ຊາວ​ໜຸ່ມ​ນະຄອນ​ສືບ​ຕໍ່​ຍູ້​ແຮງ​ຂະ​ບວນການ “ນັກ​ສຶກສາ 5 ດີ“ ​ແລະ ​ໂຄງ​ການ “ກໍ່ສ້າງ​ສະມາຄົມ​ນັກ​ສຶກສາ​ຫວຽດນາມ​​ໃຫ້​ໝັ້ນຄົງ​ເຂັ້ມ​ແຂງ“. ​ໃນ​ນັ້ນ​ສຸມ​ໃສ່​ປະຕິ​ບັ​ນ​ລາຍການ​ນັກ​ສຶກສາ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່, ຍົກ​ສູງ​ລະດັບ​ພາສາ​ຕ່າງປະ​ເທດ​ໃຫ້​ນັກ​ສຶກສາ ​ແລະ ກິດ​ຈະ​ກຳ​ອື່ນໆ. ປະທານສະມາຄົມ​ນັກ​ສຶກສາ​ນະຄອນ​ໂຮ່ຈີ​ມິນ​ອາຍຸ​ການ 2015-2020, ​ໃຫ້​ຮູ້​ວ່າ:

        “ພວມ​ເຮົາ​ສຸມ​ໃສ່​ປະຕິບັດ​ສອງ​ເນື້ອ​ໃນ, ທີ​ໜຶ່ງ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ​ອຳນວຍ​ຄວາມ​ສະດວກ​ໃຫ້​ນັກ​ສຶກສາ​ຮຳ່ຮຽນ, ຫຼໍ່​ຫຼອມ​ຢ່າງ​ເປັນ​ເຈົ້າ​ການ, ຕັ້ງໜ້າ​, ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ນັກ​ສຶກສາ ​ເພື່ອ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ຂອງ​ຕົນ​ແນ​ໃສ່​ອຸທິດ​ສ່ວນ​ໃຫ້​ແກ່​ປະຊາ​ຄົມ. ທີ​ສອງ​ແມ່ນ​ຕ້ອງ​ເຮັດ​ແນວ​ໃດ​​ເພື່ອ​ໃຫ້​ອົງການຈັດ​ຕັ້ງສະມາຄົມ​ນັບ​ມື້​ນັບ​ພັດທະນາ, ດຶງ​ດູດ​ນັກ​ສຶກສາ​ເຂົ້າ​ຮ່ວມ​ນັບ​ມື້​ນັບ​ຫຼາຍ“.

ຂ່າວ/ບົດ​ອື່ນ