ກອງປະຊຸມໃຫຍ່ສະມາຄົມນັກຂ່າວຫວຽດນາມຄັ້ງທີ10ດຳເນີນໃນລະຫວ່າງວັນທີ7-9/8/2015

ກອງປະຊຸມໃຫຍ່ສະມາຄົມນັກຂ່າວຫວຽດນາມຄັ້ງທີ10ດຳເນີນໃນລະຫວ່າງວັນທີ7-9/8/2015 - ảnh 1
(ການ​ປະຊຸມ​ຂ່າວກ່ຽວກັບ
ກອງປະຊຸມໃຫຍ່ສະມາຄົມນັກຂ່າວຫວຽດນາມຄັ້ງທີ 10)


(vovworld) - ​ ທີ່​ການ​ປະຊຸມ​ຂ່າວ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ6/8ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ປະທານ​ຜູ້​ປະຈຳການ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ຮ່າ​ມິ​ງ​ເຫວ້, ​ໃຫ້​ຮູ້​ວ່າ ກອງ​ປະຊຸມ​ໃຫຍ່​ສະມາຄົມ​ນັກ​ຂ່າວ​ຫວຽດນາມ ​ຄັ້ງ​ທີ 10​, ອາຍຸ​ການ 2015-2020 ຈະດຳ​ເນີນ​ໃນ​ລະຫວ່າງ​ວັນ​ທີ 7-9/8/2015 ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ທາງ​ການ 501 ຄົນ​ທີ່​ຕາງຫ​ນ້າ​ໃຫ້​ສະມາຊິກ​ສະມາຄົມ​ນັກ​ຂ່າວ​ກວ່າ 22.000 ຄົນ. ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 10 ຈະ​ຕີ​ລາຄາ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ໃນ​ອາຍຸ​ການ​ (2010-2015), ຢືນຢັນ, ຍ້ອງຍໍ​ບັນດາ​ຄວາມ​ມານະ​ພະຍາຍາມ, ຜົນງານ ​ແລະ ການ​ປະກອບສ່ວນ​ສຳຄັນ​ຂອງ​ສື່​ມວນ​ຊົນ​ທົ່ວ​ປະ​ເທດ, ຂອງ​ສະມາຄົມ​ນັກ​ຂ່າວ​ຫວຽດນາມ​ ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ ຮ່າ​ມິ​ງ​ເຫວ້,​ໃຫ້​ຮູ້​ວ່າ: ​ເພື່ອ​ສຳ​ເລັດ​ໜ້າ​ທີ່​ການ​ເມືອງ​ໃນ​ໄລຍະ​ໄໝ່​ໃຫ້​ເປັນ​ຢ່າງ​ດີ, ວົງ​ການ​ສື່​ມວນ​ຊົນ​ຕ້ອງ​ເອົາ​ໃຈ​ໃສ່​ບຳລຸງ​ສ້າງ ​ເພື່ອ​ຍົກ​ສູງ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ, ຄວາມ​ສາມາດ, ວິຊາ​ສະ​ເພາະ, ສະຕິ​ຮັບຜິດຊອບ​ຕໍ່​ສັງຄົມ, ພັນທະ​ຂອງ​ພົນລະ​ເມືອງ ​ແລະ ຈັນ​ຍາ​ບັນ​ວິຊາ​ຊີບ​ຂອງ​ນັກ​ຂ່າວ.

 

ຂ່າວ/ບົດ​ອື່ນ