ກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າທົ່ວປະເທດຄັ້ງທີ 5

ກອງປະຊຸມໃຫຍ່ສະມາຄົມນັກຮົບເກົ່າທົ່ວປະເທດຄັ້ງທີ 5 - ảnh 1
ກອງ​ປະຊຸມ​​ໃຫຍ່​ທົ່ວ​ປະ​ເທດ​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຄັ້ງ​ທີ 5
(ພາບ: TTXVN)


(vovworld) -     ວັນ​ທີ 18/12, ຢູ່​ຮ່າ​ໂນ້ຍ, ​ໄດ້​ຈັດ​ພິທີໄຂ​ກອງ​ປະຊຸມ​​ໃຫຍ່​ທົ່ວ​ປະ​ເທດ​ສະມາຄົມ​ນັກຮົບ​ເກົ່າ​ທົ່ວ​ປະ​ເທດ​ຄັ້ງ​ທີ 5, ອາຍຸ​ການ 2012 – 2017, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​​ແທນ​ກວ່າ 500 ທ່ານ ທີ່​ຕາງໜ້າ​ໃຫ້​​ສະມາຊິກ​ນັກຮົບ​ເກົ່າ​ໃນ​ທົ່ວ​ປະ​ເທດກວ່າ 2,6 ລ້ານຄົນ. ທ່ານ​ເລຂາທິການ​ໃຫຍ່​ຄະນະ​ບໍລິການ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ, ທ່ານ​ປະທານ​ສະພາ​ຫ່ງຊາດ ຫງວຽນ​ຊິງ​ຮຸ່ງ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟູ໋ກ, ບັນດາ​ອະດີດ​ເປັນ​ການ​ນຳ​ພັກ, ລັດ, ລັດຖະບານ, ​ແນວ​ໂຮມ​ປະ​ເທດ​ຊາດ, ບັນດາ​ຄະນະ​ຜູ​ແທນ​ລາວ ​ແລະ ກຳປູ​ເຈຍ ​​ໄດ້ເຂົ້າຮ່ວມ​ພິທີ. ກອງ​ປະຊຸມ​ໃຫຍ່​ມີ​ຫົວ​ຂໍ້​ວ່າ “​ເສີມ​ຂະຫຍາຍ​ຄຸນ​ນະ​ທາດ, ມູນ​ເຊື້ອ​ທະຫານ​ລຸງ​ໂຮ່, ຈົງ​ຮັກ​ພັກດີ, ສາມັກຄີ, ​ເປັນ​ແບບຢ່າງ, ປ່ຽນ​ໃໝ່, ສ້າງ​ສະມາຄົມ​ໃຫ້ປອດ​​ໄສ, ໝັ້ນຄົງ​ເຂັ້ມ​ແຂງ, ປະຕິບັດສຳ​ເລັດ​ໜ້າ​ທີ່​ໃນ​ໄລ​ຍະ​ໃໝ່​ເປັນ​ຢ່າງ​ດີ”. ກ່າວ​ຄຳ​ເຫັນ​ຊີ້​ນຳ​ກອງ​ປະຊຸມ​ໃຫຍ່, ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ.

        “ສະມາຄົມ​ຕ້ອງ​ເພີ່ມ​ທະວີ​ວຽກ​ງານ​ສຶກສາ​ດ້ານ​ການ​ເມືອງ, ​ແນວ​ຄິດ, ​ເພື່ອ​ເຮັດ​ໃຫ້​ສະມາຊິກ​ສະມາຄົມ ກຳ​ໄດ້​ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ, ມີ​ຄຸນ​ນະ​ທາດ​ດ້ານ​ການ​ເມືອງ​ທີ່​ໝັ້ນຄົງ​ເຂັ້ມ​ແຂງ, ຢື້ດໝັ້ນ​ຄາດໝາຍ​ອຸດົມ​ຄະຕິ, ຢືດໝັ້ນ​ກັບ​ລັດທິ​ມາກ​ເລ​ນີນ, ​ແນວ​ຄິ​ດ​ໂຮ່​ຈິ​ມິນ; ຍູ້​ແຮງ​ຂະ​ບວນການ​ແຂ່ງ​ຂັນ​ ອະ​ດີດນັກຮົບ​​ເປັນ​ແບບຢ່າງ ຕິ​ດພັນ​ກັບ​ການ​ຮໍ່າຮຽນ​ ​ແລະ ປະຕິບັດຕາມ​ແບບຢ່າງ​ຄຸນສົມບັດ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ບັນດາ​ຂະ​ບວນການ​ເສີມ​ຂະຫຍາຍ​ຄຸນສົມບັດ​ອັນ​ດີງາມ​ຂອງ​ທະຫານ​ລຸງ​ໂຮ່; ກຳ​ໄດ້​ສະພາບ​ການ​ດ້ານ​ແນວ​ຄິດ, ​ໂຄສະນາ​ແຜີ​ຍ​ແຜ່​ຂໍ້​ມູນ​ສຶກສາ​ແນວ​ຄິດ​ໃຫ້​ສະມາຊິກ​ສະມາຄົມ ​ແລະ ປະຊາຊົນ​ຕໍ່​ນ້າ​ການ​ຜັນ​ແຜ່​ຢ່າງ​ສັບ​ສົ​ນຂອງ​ສະພາບ​ການ​ເສດຖະກິດ, ການ​ເມືອງ, ສັງຄົມ​ທັງ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດຢ່າງ​ທັນ​ການ, ສ້າງ​ຄວາມ​ເຫ​ັນດີ​ເຫັນ​ພ້ອມ​ດ້ານ​ແນວ​ຄິດ, ​ເດັດ​ດຽວຕໍ່ສູ້​ເຮັດ​ໃຫ້​ກົນອຸບາຍ ​ແລະ ການ​ກະທຳ​ທີ່​ຕ້ານ​ທຳລາຍ​ຂອງ​ບັນດາ​ອິດທິ​ກຳລັງທີ່​ເປັນ​ປໍ​ລະ​ປັກຖືກ​ປະລາ​ໄຊ, ປະຕິ​ເສດບັນດາທັດສະນະ​ທິ່ຜິດພາດ, ຕັ້ງໜ້າ​ຕໍ່ສູ້​ຕ້ານການ​ສໍ້​ລາດ​ບັງ​ຫຼວງ, ການ​ຟູ້ມ​ເຟືອຍ, ບັນດາ​ປະ​ກົດ​ການທີ່​ຫຍໍ​ທໍ້ ​ແລະ ​ໄພ​ສັງຄົມ​ອື່ນໆ​ອີກ”.

ຂ່າວ/ບົດ​ອື່ນ