ກອງປະຊຸມໃຫ່ຍແຂ່ງ ຂັນສົ່ງເສີມການ ຮໍ່າຮຽນທົ່ວ​ປະ​ເທດ

ກອງປະຊຸມໃຫ່ຍແຂ່ງ ຂັນສົ່ງເສີມການ ຮໍ່າຮຽນທົ່ວ​ປະ​ເທດ - ảnh 1

 (ພາບ:vov.vn)

(vovworld)- ມີ​ຜູ້​ແທນຂອງ​ຄອບຄົວ, ວົງ​ຕະກຸນ​ມັກ​ຮຽນ​ດີ​ເດັ່ນ​ທົ່ວ​ປະ​ເທດ​ເກື​ອບ 400 ຄົນ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ໃຫ່ຍແຂ່ງ​ຂັນ​ສົ່ງ​ເສີມ​ການ​ຮໍ່າຮຽນ ​ແລະ ຍ້ອງຍໍ​ສັນລະ​ເສີນ​ຂະ​ບວນການ​ມັກ​ຮຽນ​ທົ່ວ​ປະ​ເທດ ຈັດ​ຂຶ້ນ​ເມື່ອວັນ​ທີ 9/10 ຢູ່​ຮ່າ​ໂນ້ຍ. ກອງ​ປະຊຸມ​ໄດ້​ສະຫລຸບ 15 ປີ​ແຫ່ງ​ວັນຂົນຂວາຍ ​ແລະ ຫວນຄືນ 17 ປີ​ແຫ່ງ​ການ​ສ້າງ ​ແລະ ພັດທະນາ​ສະມາຄົມ​ສົ່ງ​ເສີມ​ການ​ຮ່ຳຮຽນ​ຫວຽດນາມ. ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານ​ຫງວຽນ​ແມັງ​ເກີ​ມ, ປະທານສະມາຄົມ​ສົ່ງ​ເສີມ​ການ​ຮ່ຳຮຽນ​ຫວຽດນາມ ​ເນັ້ນໜັກ​ວ່າ:

   “ຮູບ​ແບບ​ຄອບຄົວ​ມັກ​ຮຽນ, ວົງ​ຕະກຸນ​ມັກ​ຮຽນ, ປະຊາ​ຄົມ​ມັກ​ຮຽນ​ແມ່ນ​ຮູບ​ແບບ​ພິ​ເສດສະ​ເພາະ ທັງ​ເຂັ້ມຂົ້ນ​ໄປ​ດ້ວຍ​ມູນ​ເຊື້ອ​ຫວຽດນາມ ທັງ​ສະ​ແດງ​ໃຫ້​ເຫັນ​ທ່າ​ອ່ຽງຂອງ​ຍຸກ​ສະ​ໄໝ. ​ໃນ​ປະຫວັດສາດ​ຂອງ​ຊາດ​ຫວຽດນາມ, ຜູ້​ທີ​ຮຽນ​ເກັ່ງ, ​ເສັງ​ໄດ້​ຮັບ​ລາງວັນ​ສູງ​ໄດ້​ເຮັດ​ໃຫ້​ຄອບຄົວ, ວົງ​ຕະກຸນ​ມີ​ຄວາມ​ເປັນ​ກຽດ ​ແລະ ​ເອກອ້າງ​ທະ​ນົງ​ໃຈ. ປະຊາ​ຄົມ​ສົ່ງ​ເສີມ​ການ​ຮຽນ​ໄດ້​ພິສູດ​ໃຫ້​ເຫັນ​ທ່າ​ອຽງ​ຂອງ​ຍຸກ​ສະ​ໄໝ ຂະນະ​ທີ່​ການ​ສຶກສາມີ​ການ​ເຂົ້າຮ່ວມ​ຂອງ​ບັນດາ​ອົງການ​ຈັດຕັ້ງ, ໝູ່​ມະຫາຊົນ, ບັນດາ​ຂະ​ແໜງ​ການ, ຄະນະ ​ແລະ ກຳລັງ​ສັງຄົມ, ບັນດາ​ເຂດ​ຊຸມ​ຊົນ“.

 

ຂ່າວ/ບົດ​ອື່ນ