ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມ

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຂອງສະຫະພັນແມ່ຍິງຫວຽດນາມ - ảnh 1
(ຜູ້​ປະຈຳການ​ຄະນ​ະ​ເລຂາ ​ເລ​ຮົ່ງ​ແອ​ງ
ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່)


(vovworld) - ຕອນ​ເຊົ້າ​ວັນ​ທີ 9/8, ຢູ່​ຮ່າ​ໂນ້ຍ, ສະ​ຫະພັນ​ແມ່ຍິງ​ຫວຽດນາມ  ​ໄດ້​ຈັດ​ຕັ້ງ ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ “​ແມ່ຍິງ​ຕັ້ງໜ້າ​ຮຳ່ຮຽນ, ອອກ​ແຮງ​ງານ​ຢ່າງ​ມີ​ຫົວຄິດ​ປະດິດ​ສ້າງ, ສ້າງ​ຄອບ​ຄົວ​ໃຫ້​ມີ​ຄວາມ​ຜາ​ສຸກ“ ຄັ້ງ​ທີ 3 ​ໄລຍະ 2010-2015. ກ່າວ​ຄວາມ​ເຫັນ​ທີ່​ກອງ​ປະຊຸມ​ໃຫຍ່, ຜູ້​ປະຈຳການ​ຄະນ​ະ​ເລຂາ ​ເລ​ຮົ່ງ​ແອ​ງ, ​ເນັ້ນ​ໜັກ​ວ່າ: ໝາກຜົນ​ຈາກ​ບັນດາ​ຂະ​ບວນການ​ແຂ່ງຂັນ ​ໂດຍສະ​ຫະພັນ​ແມ່ຍິງ​ຫວຽດນາມ ປຸກລະດົມ ​ໄດ້​ລະດົມ​ກຳລັງ​ໃຈ​ແມ່ຍິງ​ທຸກ​ຊັ້ນ​ວັນນະ ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ສາມັກຄີ. ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ອອກ​ແຮງ​ງານ, ຮຳ່ຮຽນ ​ແລະ ປະຕິບັດ​ງານ, ບັນລຸ​ໄດ້ຜົນ​ງານທີ່​ດີ​ເດັ່ນ​ໃນ​ທຸກ​ຂົງ​ເຂດ, ປະກອບສ່ວນ​ຢ່າງ​ເໝາະ​ສົມ​ເຂົ້າ​ໃນ​ພາລະກິດ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

        “ການ​ແຂ່ງຂັນ​ຮັກ​ຊາດ ຕ້ອງ​ໄດ້​ຮັບ​ການ​ດຳ​ເນີນ​ເປັນ​ປະຈຳ; ການຈັດ​ຕັ້ງ​ບັນດາ​ຂະ​ບວນການ​ແຂ່ງຂັນ​ໃນ​ສະຫະພັນ​ແມ່ຍິງ​ທຸກ​ຂັ້ນ ຕ້ອງ​ຕິດ​ພັນ​ກັບ​ການ​ປະຕິບັດ​ບົດບາດ​ໜ້າ​ທີ່​ຂອງ​ທ້ອງ​ຖີ່​ນ​ເປັນ​ຢ່າງ​ດີ. ຄວນສືບ​ຕໍ່​ຍູ້​ແຮງຂະ​ບວນການ​ແຂ່ງຂັນ. ​ແມ່ຍິງ​ຕັ້ງໜ້າ​ຮຳ່ຮຽນ, ອອກ​ແຮງ​ງານ, ມີ​ຫົວຄິດ​ປະ​ດິດສ້າງ, ກໍ່ສ້າງ​ຄອບຄົວ​ໃຫ້​ມີ​ຄວາມ​ຜາ​ສຸກ. ຕາມ​ທິດ​ນຳ​ມຸ້ງ​ໄປ​ສູ່​ຮາກ​ຖານ ຕິດ​ພັນ​ກັບ​ການ​ຂົນຂວາຍ​ກໍ່ສ້າງ​ຊົນະ​ບົດ​ໃໝ່ ​ແລະ ຕົວ​ເມືອງ​ສີວິ​ໄລ“.

        ທີ່​ກອງ​ປະຊຸມ​ໃຫຍ່, ຜູ້​ປະຈຳການ​ຄະນ​ະ​ເລຂາ ​ເລ​ຮົ່ງ​ແອ​ງ ​ແລະ ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່​ງຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ມອບ​ໃບ​ຍ້ອງຍໍ​ຂອງ​ນາຍົກລັດຖະມົນຕີ ​ໃຫ້ 66 ຄົນ​ທີ່​ມີ​ຜົນງານ​ດີ​ເດັ່ນ​ໃນ​ຂະ​ບວນການ​ແຂ່ງຂັນ​ຮັກ​ຊາດ​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ