ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 5 ຂອງ VOV

(VOVWORLD) -ຕອນເຊົ້າວັນທີ 09 ພະຈິກ, ຢູ່ສູນກະຈາຍສຽງແຫ່ງຊາດ, ເລກທີ 58 ຖະໜົນ ກ໊ວນຊື໊, ຮ່າໂນ້ຍ, ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ຈັດກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 5.
ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດຄັ້ງທີ 5 ຂອງ VOV - ảnh 1 (ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ)

ກ່າວຄຳເຫັນທີ່ກອງປະຊຸມໃຫຍ່, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ ຊີ້ແຈ້ງວ່າ, ໃນໄລຍະ 2015 – 2020, VOV ມີຄວາມເປັນກຽດມີ 2 ຫົວໜ່ວຍເຊິ່ງທ່ານປະທານປະເທດມອບນາມມະຍົດວິລະຊົນກຳລັງປະກອບອາວຸດປະຊາຊົນ ແລະ ຫຼຽນໄຊ, ທຸງແຂ່ງຂັນຕ່າງໆ. ເນື່ອງໃນໂອກາດສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງ VOV (07 ກັນຍາ 1945 – 07 ກັນຍາ 2020), VOV ມີຄວາມເປັນກຽດໄດ້ຮັບຫຼຽນໄຊແຮງງານຊັ້ນໜຶ່ງຈາກປະທານປະເທດ… ທ່ານຜູ້ອຳນວຍການໃຫຍ່ VOV,  ຫງວຽນເທ໊ກີ, ເນັ້ນໜັກວ່າ.

        “ໂດຍປະຕິບັດຕາມຄຳສັ່ງສອນຂອງປະທານໂຮ່ຈີມິນ ຢ່າງແທດຈິງ, “ແຂ່ງຂັນແມ່ນປະຕິບັດວຽກງານປະຈຳວັນໃຫ້ເປັນຢ່າງດີ”, “ແຂ່ງຂັນຍ້ອງຍໍແມ່ນກຳລັງໜູນ ແລະ ແມ່ນມາດຕະການສຳຄັນເພື່ອສ້າງມະນຸດໃໝ່”, ຖັນແຖວລັດຖະກອນ ແລະ ຜູ້ອອກແຮງງານຂອງ VOV ໄດ້ເຮັດຫຼ້ອນໜ້າທີ່ຂອງຕົນທີ່ໄດ້ຮັບມອບໝາຍ, ຍົກສູງກຳລັງຄວາມສາມາດຢ່າງບໍ່ຢຸດຢັ້ງ, ສູ້ຊົນໃຫ້ກາຍເປັນອົງການສື່ມວນຊົນຫຼາຍຂະແຫຼງ, ທັນສະໄໝ, ໄດ້ຮັບການຮັບຮູ້ຕີລາຄາສູງຈາກມວນຊົນ”.

        ກໍ່ທີ່ກອງປະຊຸມໃຫຍ່, ທ່ານຜູ້ອຳນວຍການໃຫຍ່ VOV ຫງວຽນເທ໊ກີ ໄດ້ປຸກລະດົມຂະບວນການແຂ່ງຂັນຮັກຊາດໄລຍະ 2020 – 2025.

ຕອບກັບ

ຂ່າວ/ບົດ​ອື່ນ