ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດນະຄອນດ່າໜັງຄັ້ງທີ4

ກອງປະຊຸມໃຫຍ່ແຂ່ງຂັນຮັກຊາດນະຄອນດ່າໜັງຄັ້ງທີ4 - ảnh 1
ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​
ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ
(ພາບ: dangcongsan.vn)

(vovworld) – ​​ກອງ​ປະຊຸມ​ໃຫຍ່​ແຂ່ງຂັນ​ຮັກ​ຊາດ​ນະຄອນ ດ່າ​ໜັງ ຄັ້ງ​ທີ 4 ຖືກ​ດຳ​​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 28/9. ​ໃນ 5 ປີຜ່ານມາ, ນະຄອນ ດ່າ​ໜັງ ​ ​ໄດ້​ປຸກລະດົມ​ຫລາຍຂະ​ບວນການ​ແຂ່ງຂັນຢ່າງ​ກ້ວາງ​ຂວາງ ​ແລະ ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າຂອງ​ທັງ​ລະບົບ​ການ​ເມືອງ, ກໍ​ຄື​ປະຊາຊົນທຸກ​ຊັ້ນ​ວັນນະ​. ພົ້ນ​ເດັ່ນ​ຂຶ້ນແມ່ນ​ການ​ແຂ່ງຂັນ​ປະຕິບັດ​ບັນດາໜ້າ​ທີ່​, ຄາດໝາຍ​ເສດຖະກິດ - ສັງຄົມ, ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ; ຂະ​ບວນການ​ແຂ່ງຂັນ​ “ນະຄອນ ດ່າ​ໜັງ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່ ”. ຈາກບັນດາ​ຂະ​ບວນການ​ແຂ່ງຂັນ​ໄດ້​ປະກົດ​ມີວຫລາຍ​ຮູບ​ແບບການ​ຜະລິດ​​ດຳ​ເນີນ​ທຸລະ​ກິດຢ່າງ​ມີ​ປະສິດທິ​ຜົນ, ບັນ​ດາ​ສ່ວນບຸກຄົນ, ໝູ່​ຄະນະ​​ເປັນ​ແບບຢ່າງ​ທີ່​ກ້າວໜ້າ​ໃນ​ທຸກ​ຂົງ​ເຂດ.

        ທີ່​ກອງ​ປະຊຸມ​ໃຫຍ່, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ນະຄອນ ດ່າ​ໜັງ ສືບ​ຕໍ່​ໂຄສະນາ, ຊາບ​ຊຶມ​ແນວ​​ຄິດ​ການ​ແຂ່ງຂັນ​ຮັກ​ຊາດ​ຂອງ​ປະທານ ​ໂຮ່ຈີ​ມິນ, ກໍ່ສ້າງ ດ່າ​ໜັງ ກາຍ​ເປັນ​ນະຄອນ​ພັດທະນາ​ຮອບດ້ານ, ຂະຫຍັນ​ຂັນ​ເຂື່ອນ. ​ແລະ​ ກໍ​ຢູ່​ທີ່ກອງ​ປະຊຸມ​ໃຫຍ່, ​​ໂດຍ​ຕາງໜ້າກາ​ນນຳ​ພັກ​, ລັດ, ທ່ານປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ມອບ​ຫຼຽນ​ໄຊ​ເອກະລາດ​ຊັ້ນ 1 ​ໃຫ້​ພະນັກງານ ​ແລະ ປະຊາຊົນ​ນະຄອນ ດ່າ​ໜັງ.

 

ຂ່າວ/ບົດ​ອື່ນ