ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງ

ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງ - ảnh 1
(ກອງເສນາທິການໃຫຍ່ກອງທັບປະຊາຊົນຫວຽດນາມ
ສະເຫຼີມສະຫຼອງ70ປີແຫ່ງວັນສ້າງຕັ້ງ)


(vovworld) – ຕອນ​ເຊົ້າ​ວັນ​ທີ 07/09, ກອງ​ເສນາ​ທິການ​ໃຫຍ່​ກອງທັບ​ປະຊາ​ຊົນ​ຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ (07/09/1945 – 07/09/2015) ຢ່າງ​ສົມ​ກຽດ. ​ເຂົ້າ​ຮ່ວມ​ພິທີ​ມີ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ​, ທ່ານ​ອະ​ດີດ​ເລຂາທິການ​ໃຫຍ່ ​ເລ​ຂາ​ຟຽວ, ​​ທ່ານ​ອະ​ດີດປະທານ​ປະ​ເທດ ​ເຈີ​ນດຶກ​ເລືອ​ງ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ ຫງວຽດນາມ ຫງວຽນ​ທ້ຽນ​ເຍີນ… ພ້ອມ​ກັບ​ການ​ນຳ​ບັນດາ​ກະຊວງ​ຂະ​​ແໜງ​ການ​ສູນ​ກາງ ​ແລະ ທ້​ອງຖິ່ນ. ກ່າວ​ຄຳ​ເຫັນ​ຢູ່​ທີ​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ​ນຊາງ ຊີ້​ແຈ້​ງວ່າ.

        “ຕ້ອງ​ກຳ​ແໜ້ນ​ສະພາບ​ການ, ​ໄຈ້​​ແຍກ, ຄາດ​ຄະ​ເນ​​ບັນດາ​ສະພາບ​ການ​ຍຸດ​ທະ​ສາດ​ທີ່ອາດ​ຈະ​​ເກີດ​ຂຶ້ນ, ​ສະພາບ​ການ​ສັບສົນ​ຍ້ອນ​ບັນດາອິດທິ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກກໍ​ໃຫ້​ເກີ​ດຢ່າງ​ທັນ​ການ ​ແລະ ​​ເປັນປະຈຳ, ​ເພື່ອ​ສະ​ເໜີ​ຕໍ່​ພັກ ​ແລະ ລັດ ວາງ​ອອກ​ບັນດາ​​ແຜນ​ນະ​ໂຍບາຍ, ​ແນວທາງ​ອັນ​ຖືກຕ້ອງ. ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ມາດ​ຕະການ​ກ່ຽມພ້ອມ​​ສູ້​ຮົບ, ຮັບ​ມື​ກັບ​ທຸກ​ກົນ​ອຸ​ບາຍ, ການ​ເຄື່ອນ​ໄຫວ​ຕ້ານ​ທຳລາຍ, ລະ​ເມີດ​ເອກະລາດ, ອະທິປະ​ໄຕ, ​ເອກະ​ພາບ, ຜື້ນ​ແຜ່ນດິນ​ອັນ​ຄົບ​ຖ້ວນ​ຂອງ​ປະ​ເທດ​ຊາດ, ນາບ​ຂູ່​ຕໍ່ລະ​ບອບ​​ສັງຄົມ​ນິຍົມ​ຂອງ​ບັນດາອິດທິ​ກໍ​ລັງ​ທີ່​ເປັນ​ປໍ​ລະ​ປັກ​, ບໍ່​ປະ​ໃຫ້​ຖືກ​ຕົກ​ຢູ່ໃນ​ທ່າ​ຮັບ, ​ບັງ​ເອີນ ​ໃນ​ທຸກ​ສະພາບ​ການ”.

ຂ່າວ/ບົດ​ອື່ນ