ກອບກູ້ເອົາຊີວິດຂອງພົນລະເມືອງຖືສອງສັນຊາດ ຫວຽດນາມ ແລະ ອົດສະຕາລີ ຈາກເຂດສູ້ຮົບ ຊູດັງ

(VOVWORLD) - ຈຳນວນລູກເຮືອດັ່ງກ່າວໄດ້ອອກຈາກ ຊູດັງ ກັບເມືອປະເທດໃນວັນທີ 13 ພຶດສະພາ...
ກອບກູ້ເອົາຊີວິດຂອງພົນລະເມືອງຖືສອງສັນຊາດ ຫວຽດນາມ ແລະ ອົດສະຕາລີ ຈາກເຂດສູ້ຮົບ ຊູດັງ - ảnh 1ທ່ານ ຟ້າມວັນເຄວ, ພົນລະເມືອງຖື 2 ສັນຊາດ ຫວຽດນາມ ແລະ ອົດສະຕາລີ (ຜູ້ຢູ່ກາງ)
(ພາບ: ຈາກສະຖານທູດ ຫວຽດນາມ ປະຈຳ ອີຢິບ)

ບັນດາສະຖານທູດ ຫວຽດນາມ ຢູ່ ອີຢິບ ແລະ ອາຣັບບິ ຊາອຸດິ ຫາກໍ່ກູ້ເອົາຊີວິດ ແລະ ນຳສົ່ງພົນລະເມືອງຄົນໜຶ່ງທີ່ຖືສອງສັນຊາດ ຫວຽດນາມ ແລະ ອົດສະຕາລີ ຈາກເຂດສູ້ຮົບຢູ່ຊູດັງ ກັບເມືອປະເທດດ້ວຍຄວາມປອດໄພຢ່າງສຳເລັດຜົນ. ຂໍ້ມູນຂ່າວຈາກສະຖານທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ຊູດານ ໃນວັນທີ 28 ພຶດສະພາ ໃຫ້ຮູ້ວ່າ: ຕໍ່ໜ້າສະພາບການສູ້ຮົບທີ່ນອງເລືອດຢູ່ ຊູດັງ, ສະຖານທູດ ໄດ້ກຳແໜ້ນສະພາບການ, ຢັ້ງຢືນຂໍ້ມູນຂ່າວ ແລະ ລາຍງານຕໍ່ກະຊວງການຕ່າງປະເທດ ກ່ຽວກັບກໍລະນີພົນລະເມືອງຖືສອງສັນຊາດ ຫວຽດນາມ ແລະ ອົດສະຕາລີ ພ້ອມກັບລູກເຮືອ ຫວຽດນາມ 16 ຄົນຢູ່ ຊູດັງ. ກະຊວງການຕ່າງປະເທດ ໄດ້ຊີ້ນຳ, ຮຽກຮ້ອງການໜູນຊ່ວຍຂອງພົນລະເມືອງອອກຈາກເຂດສູ້ຮົບຢ່າງຮີບດ່ວນ. ຈຳນວນລູກເຮືອດັ່ງກ່າວໄດ້ອອກຈາກ ຊູດັງ ກັບເມືອປະເທດໃນວັນທີ 13 ພຶດສະພາ. ສ່ວນພົນລະເມືອງຖືສອງສັນຊາດ ຫວຽດນາມ ແລະ ອົດສະຕາລີ ເສຍເວລາຍ້ອນຕ້ອງເຮັດເອກະສານສ່ວນຕົວ, ບໍ່ມີເງິນ, ສະຖານທູດ ຫວຽດນາມ ປະຈຳ ອີຢິບ ທັງຮັບຜິດຊອບ ຊູດັງ ໄດ້ສົມທົບ ກັບສະຖານທູດ ຫວຽດນາມ ປະຈຳ ອາຣັບບິ ຊາອຸດິ ຢ່າງແໜ້ນແຟ້ນ ແລະ ທັນການ, ໜູນຊ່ວຍພົນລະເມືອງຜູ້ນີ້ປະຕິບັດທຸກເອກະສານທີ່ຈຳເປັນ ແລະ ໃນຕອນຄ່ຳວັນທີ 27 ພຶດສະພາ, ພົນລະເມືອງໄດ້ເດີນທາງຮອດ ຫວຽດນາມ ດ້ວຍຄວາມປອດໄພ.

ຕອບກັບ

ຂ່າວ/ບົດ​ອື່ນ