ກະກຽມພິທີສະເຫຼີມ ສະຫຼອງ 35 ປີແຫ່ງ ວັນຕີເອົາໄຊຊະນະ ຕໍ່ລະບອບດັບສູນເຊື້ອຊາດ ຢູ່ກຳປູເຈຍ


ກະກຽມພິທີສະເຫຼີມ ສະຫຼອງ 35 ປີແຫ່ງ ວັນຕີເອົາໄຊຊະນະ ຕໍ່ລະບອບດັບສູນເຊື້ອຊາດ ຢູ່ກຳປູເຈຍ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍິນ​ເປັນ​ປະທານ​ການ​ປະຊຸມ

(ພາບ: vov)

 (vovworld)-ຕອນ​ບ່າຍ​ວັນ​ທີ 30/12, ​ຢູ່ຮ່າ​ໂນ້ຍ, ທ່ານ​ຫງວຽນ​ທ້ຽນ​ເຍິນ ປະທານ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ເປັນ​ປະທານການ​ປະຊຸມ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ກ່ຽວ​ກັບ​ການຈັດຕັ້ງພິທີ​ຊຸມນຸມ​ມິດ​ຕິງ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ຕີ​ເອົາໄຊຊະນະຕໍ່​ລະບອບ​ດັບ​ສູນ​ເຊື້ອ​ຊາດ​ຢູ່ກຳ​ປູ​ເຈຍ. ນະ​ທີ່​ນີ້, ທ່ານ​ຫງວຽນ​ທ້ຽນ​ເຍິນ ຊີ້​ແຈ້ງວ່າ: ການຈັດຕັ້ງພິທີ​ຊຸມນຸມ​ມິດ​ຕິງ​​ມີ​ສອງ​ເນື້ອ​ໃນຕົ້ນຕໍ​ຄື: ພິທີສະ​ເຫຼີ​ມສະຫຼອງ​ໄຊຊະນະ​ເຂດ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້ ​ແລະ ວັນ​ຕີ​ເອົາ​ໄຊຊະນະຕໍ່ລະບອບ​ດັບ​ສູນ​ເຊື້ອ​ຊາດ​ຢູ່ກຳ​ປູ​ເຈຍ. ນີ້​ແມ່ນ​ເຫດການ​ສຳຄັນ​ຢັ້ງຢືນ​ໄຊຊະນະ​ຂອງ​ກອງທັບ ​ແລະ ປຊຊ ຫວຽດນາມ ຢູ່​ເຂດ​ຊາຍ​ແດນ​ທາງ​ທິດຕາ​ເວັນ​ຕົກ​ສ່ຽງ​ໃຕ້. ພ້ອມ​ກັນນັ້ນ, ​ໂດຍ​ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຢ່າງ​ທັນ​ການ, ມີ​ປະສິດທິ​ຜົນ​ຂອງ​ທະຫານ​ອາສາ​ສະໝັກ​ຫວຽດນາມ, ວັນ​ທີ 7/1/1979, ​ແນວ​ໂຮມ​ສາມັກຄີ​ແຫ່ງຊາດກູ້​ຊາດ​ກຳປູ​ເຈຍ ​ຍາດ​ໄດ້​ໄຊຊະນະ, ​ໂຄ່ນ​ລົ້ມ ລະບອບ​ດັບ​ສູນ​ເຊື້ອ​ຊາດ​ຢູ່ກຳ​ປູ​ເຈຍ. ທ່ານ​ຫງວຽນ​ທ້ຽນ​ເຍິນ ເນັ້ນໜັກ​ວ່າ: ງານ​ຊຸມນຸມ​ມິດ​ຕິງ​​ ຈະ​ຖືກ​ຈັດ​ຂຶ້ນ​ໃນ​ວັນ​ທີ 5/1/2014, ​ແມ່ນ​ເຫ​ດການ​ມີ​ຄວາມ​ໝາຍ​ລະດັບ​ຊາດ, ສະນັ້ນ, ກະຊວງ​ການ​ຕ່າງປະ​ເທດ, ກະຊວງວັດທະນະທຳ-​ກິລາ ​ແລະ ທ່ອງ​ທ່ຽວ, ກະຊວງ​ປ້ອງ​ກັນ​ປະ​ເທດ, ກະຊວງ​ຕຳຫຼວດ, ຄະນະ​ກຳມະການ ປຊຊ ນະຄອນ​ຮ່າ​ໂນ້ຍ…ຕ້ອງ​ຮີບ​ເຮັ່ງ​ກະກຽມ, ຂຶ້ນ​ແຜນການ; ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ໃຫ້​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ./.

ຂ່າວ/ບົດ​ອື່ນ