ກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ

ກະກຽມໃຫ້ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ - ảnh 1
(ພາບປະກອບ: THX/TTXVN)

​​(vovworld) - ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ເສດ​ຖະກິດ​ຂັ້ນ​ສູງ​ອາ​ຊຽນ (SEOM) ຄັ້ງ​ທີ 3 ​ໃນ​ປີ 2015 ​ແລະ ບັນດາ​ວາລະ​ປະຊຸມ​ທາ​ບທາມ​ຄວາມ​ເຫັນ​ກັບ​ບັນດາ​ຄູ່​​ເຈລະຈາ​ຂອງ​ອາ​ຊຽນ ຖືກ​ດຳ​ເນີນ​ໄປ​ຢູ່​ນະຄອນຫຼວງ Luala Lumpur, ປະ​ເທດ​ມາ​ເລ​ເຊ​ຍ ​ໃນ​ລະຫວ່າງ​ວັນ​ທີ 09 – 11/07. ກອງ​ປະ​ຊຸມ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ສະພາບ​ຮ່ວມ​ມື​ດ້ານ​ເສດຖະກິດ​ພາຍ​ໃນ​ກຸ່ມ​ອາ​ຊຽນ ​ແລະ ການຮ່ວມ​ມື​ລະຫວ່າງ​ອາ​ຊຽນ ກັບ​ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື. ບັນດາ​ເນື້ອ​ໃນປຶກສາ​ຫາລື​ພາຍ​ໃນ​ກຸມ​ອາ​ຊຽນ ລວມມີ ການ​ປັບປຸງບັນດາ​ມາດ​ຕະການ​ບຸລິມະສິດ​ມີ​ການ​ທະ​ທົບ​ອັນ​ໃຫຍ່​ຫຼວງ​ເຖິງ​ການ​ຄ້າ ​ແລະ ການ​ລົງທຶນ ​ໃນ​ວິວັດ​ການກໍ່ສ້າງ​ປະຊາ​ຄົມ​​ເສດຖະກິດອາ​ຊຽນ (AEC), ສ້າງ​ວິ​ໄສ​ທັດ​ອາ​ຊຽນ ​ໃຫ້​ໄລ​ຍະ 2016 – 2025, ດ້ວຍ​ຄາດໝາຍ​ເຊື່ອມ​ໂຍງ​ດ້ານ​ເສດຖະກິດ​ຢ່າງ​ເລິກ​​ເຊິ່ງ, ກວ້າງຂວາງ​ກວ່າ. ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວຢູ່​ນອກ​ກອງ​ປະຊຸມ, ທ່ານ​ເລຂາທິການ​ໃຫຍ່​ກະຊວງ​ການ​ຄ້າ​ສາກົນ ​ແລະ ອຸດສາຫະກຳ​ມາ​ເລ​ເຊ​ນ Rebecca Gatime Sta Maria ​ໃຫ​້ຮູ້​ວ່າ (SEOM) ຄັ້ງ​ນີ້​ໄດ້​ສ້າງ​ສຳ​ເລັດຮ່າງ​ແຜນການ​ໂຄງການດຳ​ເນີນ​ງານ​ອາ​ຊຽນ ພາຍຫຼັງ​ປີ 2015 ​ແລະ ກຸ່ມ​ຮັບ​ໜ້າ​ທີ່​ພິ​ເສດ​ຂັ້ນ​ສູງ​ກ່ຽວ​ກັບ​ການ​​ເຊື່ອມ​ໂຍງ AEC ຈະ​ປຶກສາ​ຫາ​ລີ​ຢ່າງ​ລະອຽດ​ໃນ​ວັນ 14/07. ໝາກຜົນ​ຈະ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ລັດຖະມົນຕີ​ເສດ​ຖະກິດ​ອາ​ຊຽນ ​ໃນ​ເດືອນ​ໜ້າ.

ຂ່າວ/ບົດ​ອື່ນ