ກະກຽມໃຫ້ກອງປະຊຸມໃຫຍ່IPU132ໃຫ້ດີທີ່ສຸດ

ກະກຽມໃຫ້ກອງປະຊຸມໃຫຍ່IPU132ໃຫ້ດີທີ່ສຸດ - ảnh 1
ພາບ​ປະ​ກອບ

(vovworld) – ​ ​ຕອນ​ເຊົ້າ​ວັນ​ທີ 20/3, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ສົມ​ທົບ​ກັບ​ອະ​ນຸ​ກຳ​ມະ​ການ​ໂຄ​ສະ​ນາເຜີຍ​ແຜ່ ໄດ້​ຈັດ​ຕັ້ງ​ການ​ຝຶກ​ອົບ​ຮົມ​ໃຫ້​ນັກ​ຂ່າວ​ຂອງບັນ​ດາ​ອົງ​ການຂ່າວ​ສານ​ສື່​ມວນ​ຊົນພາຍ​ໃນ​ປະ​ເທດກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ​ຄັ້ງ​ທີ 132 (IPU 132) ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຮ່າ​ໂນ​້ຍ ໃນ​ລະ​ຫວ່າງວັນ​ທີ 28/3 – 1/4.

        ທີ່​ການ​ຝຶກ​ອົບ​ຮົມ​, ທ່ານ​ ຫງວ​ຽນ​ແທ່ງ​ຮືງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ ຫວຽດ​ນາມ, ເນັ້ນ​ໜັກ​ວ່າ: ໂດຍ​ອີງ​ໃສ່​ຈຸດ​ພິ​ເສດ​ສະ​ເພາະ ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ຮູບ​ການ​ສື່​ມວນ​ຊົນ, ບັນ​ດາ​ອົງ​ການ​ສື່​​ມວນ​ຊົນ​ຕ້ອງ​ເປັນ​ເຈົ້າ​ການ​ໃນ​ການ​ສ້າງ​ແຜນ​ການໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງ​ເໝາະ​ສົມ, ຮັບ​ປະ​ກັນ​​ການສະ​ໜອງ​ຂໍ້​ມ​ູນ​ຂ່າວ​ສານ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫຍ່ IPU 132 ​ຢ່າງ​ທັນ​ການ:

        “ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ​ຂໍ້​ມູນ​ຂ່າວ​ສານ​ຕ້ອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເປັນ​ປະ​ຈຳ, ຢ່າງ​ຕໍ່​ເນື່ອງ, ກ່ອນ, ໃນ ແລະ ພາຍຫຼັງ​ກອງ​ປະ​ຊຸມ​ໃຫຍ່, ໃຫ້​ຂ່າວ​ຢ່າງ​ທັນ​ການ, ຊັດ​ເຈນ​ກ່ຽວ​ກັບ​ບັນ​ດາ​ເນື້ອ​ໃນ​ໃນ​ລາຍ​ການ​ດຳ​ເນີນ​ງານ​ຂອງກອງ​ປະ​ຊຸມ, ຂໍ້​ມູນ​ຂ່າວ​ສະ​ແດງ​ໄດ້​ບົດ​ບາດ​ເປັນ​ເຈົ້າ​ການ, ຕັ້ງ​ໜ້າ ແລະ ມ​ີ​ປະ​ສິດ​ທິ​ຜົນ​ຂອງ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເຂົ້າ​ການ​ເຄື່ອນ​ໄຫວ​ຂອງ IPU, ບົດ​ບາດ​ຂອງ IPU ໃນ​ການ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລັດ​ຖະ​ສະ​ພາ. ຜ່ານ​ການ​ໂຄ​ສະ​ນາ​ເຜີຍ​ແຜ່, ກໍ່​ສ່ອງ​ແສງ​ແນວ​ທາງ​ນະ​ໂຍ​ບາຍ​ພົວ​ພັນ​ຕ່າງ​ປະ​ເທດ, ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ​ຂອງ ຫວຽດ​ນາມ​ຢ່າງ​ທັນ​ການ. ບັນ​ດາ​ອົງ​ການ​ສື່​ມວນ​ຊົນຕ້ອງ​ເພີ່ມ​ທະ​ວີ​ຈຳ​ນວນ​ຂ່າວ - ບົດ​ໃນ​ໄລ​ຍະ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່.”


ຂ່າວ/ບົດ​ອື່ນ