ກະຈາຍສຽງກັບພາລະກິດຍູ້ແຮງການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ

(VOVWORLD) - ງານແຂ່ງຂັນກະຈາຍສຽງທົ່ວປະເທດຄັ້ງທີ 13  ປີ 2018 ມີການເຂົ້າຮ່ວມຂອງ 63 ວິທະຍຸກະຈາຍສຽງ - ໂທລະພາບບັນດາແຂວງ, ນະຄອນໃນທົ່ວປະເທດ, ມີ 14 ຫົວໜ່ວຍຂອງ VOV
ກະຈາຍສຽງກັບພາລະກິດຍູ້ແຮງການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ - ảnh 1 ການປະຊູມປະກາດກ່ຽວກັບງານແຂ່ງຂັນສະຖານີວິທະຍຸຂອງ VOV

ການກະຈາຍສຽງກັບພາລະກິດຍູ້ແຮງການຫັນປະເທດເປັນປະເທດອຸດສາຫະກຳ, ທັນສະໄໝ ແລະ ເຊື່ອມໂຍງເຂົ້າກັບສາກົນ - ນີ້ແມ່ນຫົວຂໍ້ຂອງງານແຂ່ງຂັນວິທະຍຸກະຈາຍສຽງທົ່ວປະເທດຄັ້ງທີ 13 ປີ 2018 ໂດຍວິທະຍຸກະຈາຍສຽງ ຫວຽດນາມ (VOV) ສົມທົບກັບສະຖານີວິທະຍຸກະຈາຍສຽງ - ໂທລະພາບແຂວງ ເງະອານ ຈັດຕັ້ງ, ເຊິ່ງຈະດຳເນີນແຕ່ວັນທີ 3 – 5 ພຶດສະພາ 2018, ຢູ່ນະຄອນ ວີງ, ແຂວງ ເງະອານ. ນີ້ແມ່ນຂໍ້ມູນຂ່າວສານໄດ້ຍົກອອກມາໃນການປະຊຸມຂ່າວໂດຍ VOV ຈັດຕັ້ງໃນຕອນເຊົ້າວັນທີ 19 ເມສາ, ຢູ່ຮ່າໂນ້ຍ.

        ງານແຂ່ງຂັນກະຈາຍສຽງທົ່ວປະເທດຄັ້ງທີ 13  ປີ 2018 ມີການເຂົ້າຮ່ວມຂອງ 63 ວິທະຍຸກະຈາຍສຽງ - ໂທລະພາບບັນດາແຂວງ, ນະຄອນໃນທົ່ວປະເທດ, ມີ 14 ຫົວໜ່ວຍຂອງ VOV, ສູນກະຈາຍສຽງ - ໂທລະພາບຂອງບັນດາແຂວງ, ນະຄອນໃນທົ່ວປະເທດ…

        ເມື່ອເວົ້າເຖິງຈຸດໃໝ່ຂອງງານແຂ່ງຂັນກະຈາຍສຽງທົ່ວປະເທດຄັ້ງທີ 13 ປີ 2018, ທ່ານຮອງຜູ້ອຳນວຍການໃຫຍ່ VOV ຫວູຫາຍ ໄດ້ຊີ້ແຈ້ງວ່າ:

        “ປີນີ້, ພວກຂ້າພະເຈົ້າເລືອກເຟັ້ນບັນດາລາຍການກະຈາຍສຽງດ້ວຍພາສາຊົນເຜົ່າເຂົ້າຮ່ວມງານແຂ່ງຂັນ. ສິ່ງດັ່ງກ່າວແມ່ນເໝາະສົມກັບບັນດາວິທະຍຸກະຈາຍສຽງ ແລະ ໂທລະພາບບັນດາແຂວງມີຫຼາຍລາຍການກະຈາຍສຽງສຳລັບຊົນເຜົ່າ ແທນທີ່ໃຫ້ລາຍການສຳພາດ. ສະເພາະ ກ່ຽວກັບລາຍການກະຈາຍສຽງສົດ, ປີນີ້ມີຫຼາຍຫົວໜ່ວຍຈົດທະບຽນແຂ່ງຂັນກະຈາຍສຽງອອກອາກາດອອກອາກາດສົດ, ກ່ວາ 30 ລາຍການ. ບັນດາລາຍການນີ້ຈະໄດ້ກະຈາຍສຽງອອກອາກາດສົດໃນວິທະຍຸກະຈາຍສຽງ ແລະ ໂທລະພາບຂອງບັນດາແຂວງ ກໍ່ຄືຂອງ VOV.”

ຕອບກັບ

ຂ່າວ/ບົດ​ອື່ນ