ກະຊວງກະສິກຳແລະພັດທະນາ ຊົນນະບົດສະຫລຸບປີ 2012

ກະຊວງກະສິກຳແລະພັດທະນາ ຊົນນະບົດສະຫລຸບປີ 2012 - ảnh 1

(ພາບປະກອບ)

(vovworld) – ກອງ​ປະຊຸ​ມ​ໂດຍ​ກົງ​ທາງ​ເຄື​ຍຂ່າຍ​ອິນ​ເຕີ​​ແນັດ​ສະຫລຸບ​ວຽກ​ງານ​ປີ 2012 ​ແລະ ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2013 ຂອງກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ ​ແລະ 63 ​ແຂວງ​ນະຄອນ​ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າວັນ​ທີ 28/12. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ຢືນຢັນ​ວ່າ: ປີ 2013 ຂະ​ແໜງ​ກະສິກຳ​ສືບ​ຕໍ່​ແມ່ນ​​ເສົາຄ້ຳດ້ານ​ເສດຖະກິດ, ປະກອບສ່ວນ​ສຳຄັນ​​ເພື່ອ​ພັດທະນາ​ເສດຖະກິດ​ຄັງ​ຄົມ. ທ່ານ​ຮອງ​ນາຍົກລັດຖະມົນຕີຮ່ວາງຈຸງຫາຍ ສະ​ເໜີ​ໃຫ້​ທົ່ວ​ຂະ​ແໜງ​ຈົ່ງ​ສືບ​ຕໍ່​ສຸມ​ແຫຼ່ງກຳລັງ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່, ​ໃຫ້​ບຸລິມະສິດ​ລົງທຶນ​ພັດທະນາ​ບັນດາ​ຜະລິກຕະພັນ​ແກ່ງ​ແຍ້​ງ, ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ຕະຫຼາດ​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພ້ອມ​ທັງ​ສະ​ເໜີ​ໃຫ້​ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ເພີ່ມ​ທະວີ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ໃນ​ສະພາບ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັບ​ມື້​ນັບ​ຈະ​ແຈ້ງ.

ຂ່າວ/ບົດ​ອື່ນ