ກະຊວງການຕ່າງປະເທດຕອບຄຳຖາມກ່ຽວກັບເລື່ອງກຳປັ່ນຫາປາກວາງຫງາຍຖືກຈີນຈັບເອົາ

ກະຊວງການຕ່າງປະເທດຕອບຄຳຖາມກ່ຽວກັບເລື່ອງກຳປັ່ນຫາປາກວາງຫງາຍຖືກຈີນຈັບເອົາ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 8/7, ​ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ຫວຽດນາມ ​ແລະ ຕ່າງປະ​ເທດ​ຫຼາຍ​ຄົນ​ກ່ຽວ​ກັບ​ເລື່ອງ​ກຳ​ປັ່ນ​ຫາ​ປາກ​ວາງ​ຫງາຍ ພ້ອມ​ກັບ​ຊາວ​ປະມົງ​ຫວຽດນາມ 6 ຄົນ​ຖືກ​ຈີນ​ຈັບ​ຕົວ​ຫວ່າງ​ແລ້ວ​ນີ້, ທ່ານ ​ເລືອ​ງ​ແທງ​ກວາງ, ຜູ້​ຊ່ວຍ​ວຽກ​ຫົວໜ້າ​ກົມ, ຫົວໜ​້າຫ້ອງ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ນິຕິບຸກຄົນ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ກົມ​ກົງ​ສູນ, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ​ໃຫ້​ຮູ້​ວ່າ: ວັນ​ທີ 6/7/2014, ຜູ້ຕາງໜ້າ​ກົມ​ກົງ​ສູນ, ກະຊວງ​ການ​ຕ່າງປະ​ເທ​ດຫວຽດນາມ ​ໄດ້​ພົບ​ປະ​ກັບ​ຜູ້ຕາງໜ້າ​ສະຖານທູດ​ຈີນ​ຢູ່​ຮ່າ​ໂນ້ຍ ສະ​ເໜີ​ຝ່າຍ​ຈີນ​ອອກ​ແຈ້ງ​ຂ່າວ​ຢ່າງ​ເປັນ​ທາງ​ການ​ໃຫ້​ຝ່າຍ​ຫວຽດນາມ​ກ່ຽວ​ກັບ​ສາຍ​ເຫດ​ທີ່​ພາ​ໃຫ້​ຈີນ​ຈັບ​ເອົາ​ກຳ່​ປັ່ນ​ຫາ​ປາ ກວາງ​ຫງາຍ ​ແລະ ຊາວ​ປະມົງ​ຫວຽດນາມ 6 ຄົນ ​ໃນ​ວັນ​ທີ 3/7 ຜ່ານ​ມາ. ກ່ອນ​ໜ້າ​ນັ້ນ, ວັນ​ທີ 5/7, ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ຊີ້​ນຳ​ໃຫ້​ສະຖານທູດ​ຫວຽດນາມ​ຢູ່​ປັກ​ກິ​ງ ​ເຮັດ​ວຽກ​ກັບບັນດາ​ອົງການ​ທີ່​ກ່ຽວຂ້ອງຂອງ​ຈີນ ​ເພື່ອ​ຮັບ​ຮູ້​ຂ່າວດັ່ງ​ດ່າວ ​ແລະ ມີ​ມາດ​ຕະການ​ປົກ​ປ້ອງ​ບັນດາ​ຊາວ​ປະມົງ​ນີ້

ຂ່າວ/ບົດ​ອື່ນ