ກະຊວງການຕ່າງປະເທດລັດເຊຍ:ການບຸກໂຈມຕີຢູ່Donetskແມ່ນການກະທຳເກາະຜິດຢ່າງຮ້າຍແຮງ

ກະຊວງການຕ່າງປະເທດລັດເຊຍ:ການບຸກໂຈມຕີຢູ່Donetskແມ່ນການກະທຳເກາະຜິດຢ່າງຮ້າຍແຮງ - ảnh 1
ຄວັນ​ຈາກ​ສະ​ໜາມ​ບິນ Donetsk ພາຍຫຼັງ​ການ​ບຸກ​ໂຈມ​ຕີ
(ພາບ: AFP-TTXVN)

(vovworld) – ​​ ​ຕາມ​ສຳ​ນັກ​ຂ່າວ​ສານ Reuters ແລ້ວ, ໃນ​ຖະ​ແຫຼງ​ການ​ໜຶ່ງ ເມື່ອ​ວັນ​ທີ 22/1, ກະ​ຊວງ​ການ​ຕ່າງ​ປະ​ເທດ ລັດ​ເຊຍ ໄດ້​ຕຳ​ນິ​ຕິ​ຕຽນ​ກ​ານ​ຍິງ​ປືນ​ໃຫຍ່​ເຂົ້າ​ພາ​ຫະ​ນະ​ສາ​ທາ​ລະ​ນະ​​ໃນ​ວັນ​ດຽວ​ກັນ​ເຮັດ​ໃຫ້​ສາ​ມັນ​ຊົນຫຼາຍ​ຄົນ​ຖືກ​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ ຢູ່​ນະ​ຄອນ Donetsk, ພ​າກ​ຕາ​ເວັນ​ອອກ ຢູ​ແກຼນ, ແມ່​ນ​ການ​ກະ​ທຳ “ເກາະ​ຜິດ​ຢ່າງ​ຮ້າຍ​ແຮງ”. ກະ​ຊວງ​ດັ່ງ​ກ່າວກໍ່​ເນັ້ນ​ໜັກ​ວ່າ: “ພວ​ກ​ຂ້າ​ພະ​ເຈົ້າ​ຖື​ເຫດ​ການ​ດັ່ງ​ກ່າວ​ແມ່ນ​ໂທດ​ກຳ​ຕ້ານ​ຄືນ​ມະ​ນຸດ, ແມ່ນ​ການ​ກະ​ທຳ​ເກາະ​ຜິດ​ຢ່າງ​ເປິດ​ແປນ ເພື່ອ​ມ້າງ​ທຳ​ລາຍ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຊອກ​ຫາ​ມາດ​ຕະ​ການ​ສັນ​ຕິ​ພາບ​ໃຫ້​ວິ​ກິດ​ການ​ຢູ່ ຢູ​ແກຼນ”. ໃນ​ເຫດ​ການ​ເກີດ​ຂຶ້ນ​ໃນ​ວັນ​ດຽວ​ກັນ, ລູກ​ປືນ​ໃໝ່​ໄດ​້​ຕົກ​ເຂົ້າ​ສູ່​ລົດ​ໄຟ​ຟ້າ​​ບົນ​ຖະ​ໜົນ Kuprin, ເມືອງ Lenin ຢູ່​ໃຈ​ກາງ​ນະ​ຄອນ Donetsk, ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ ແລະ 20 ຄົນ​ຖືກ​ຮັບ​ບາດ​ເຈັບ. ຫຼັງ​ຈາກນັ້ນກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ຢູ​ແກຼນ ​ໄດ້ອ​ອກ​ຖະ​ແຫຼງ​​ຖິ້ມ​ໂທດ​ໃຫ້​ກຳ​ລັງ​ທວງ​ເອົາ​ເອ​ກະ​ລາດ​ຢູ່​ພາກ​ຕາ​ເວັນ​ອອກ ປະ​ເທດນີ້. ໃນ​ຂະ​ນະ​ນັ້ນ, ປະ​ຊາ​ຊົນ​ທ​້ອງ​ຖິ່ນ​ໃຫ້​ຮູ້​ວ່າ ກອງ​ທັບ ຢູ​ແກຼນ ໄດ້​ຍິງ​ປືນ​ໃຫຍ່​ໃສ່​ໂຮງ​ງານ​ຜະ​ລິດ​ລົດ​ໂອ​ໂຕ Donetsk ຢູ່​ເມືອງ Lenin.


ຂ່າວ/ບົດ​ອື່ນ