ກະຊວງການຕ່າງປະເທດອີຣານຈະຊີ້ນຳການເຈລະຈານິວເຄຼຍກັບກຸ່ມ P5+1

   ກະຊວງການຕ່າງປະເທດອີຣານຈະຊີ້ນຳການເຈລະຈານິວເຄຼຍກັບກຸ່ມ P5+1 - ảnh 1
ປະທານາທິບໍດີ​ອີຣານ Hassan Rouhani
(ພາບ: AP)

(vovworld-) ປະທານາທິບໍດີ​ອີຣານ Hassan Rouhani ​ໄດ້​ຖະ​ແຫຼ​ງ​ເມື່ອ​ວັນ​ທີ 5/9 ວ່າ ກະຊວງ​ການ​ຕ່າງປະ​ເທດ​ອີ​ຮານ ຈະ​ຊີ້​ນຳ​ບັນດາ​ການ​ເຈລະຈາ​ນິວ​ເຄຼຍກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ. ກ່ອນ​ໜ້າ​ນັ້ນ, ບັນດາ​ການ​ເຈລະຈາ​​ໂດຍ​ແມ່ນ​​ຜູ້ນຳ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ​ຊາດ​ສູງ​ສຸດ​ອີຣານ ທ່ານ Saeed Jalili ​ເປັນ​ຜູ້​ດຳ​ເນີນ. ຄຳ​ຖະ​ແຫຼ​ງດັ່ງກ່າວ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ ລັດຖະມົນຕີ​ການ​ຕ່າງປະ​ເທດ​ອີຣານ Mohammad javad Zarif ​ເປັນ​ຜູ້​ຊີ້​ນຳ​ໂດຍ​ກົງ​ບັນດາ​ການ​ເຈລະຈາ​ ໃນ​ອະນາຄົດກັບ​ກຸ່ມ P5+1 ຫຼື​ເຈົ້າ​ໜ້າ​ທີ່​ສະ​ເພາະ​ກິດ​ທ່ານ​ໜຶ່ງສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ ຈະ​ຮັບ​ແຕ່ງ​ຕັ້ງ​ຮັບຜິດ ຊອບ​ບັນຫາ​ນີ້.

    ຂ່າວ​ຍັງ​ໃຫ້​ຮູ້​ອີກ​ວ່າ ບັນດາ​ນັກ​ການ​ທູດ​ຝ່າຍ​ຕາ​ເວັນ​ຕົກ​ໃຫ້​ຮູ້​ວ່າ ບັນດາ​ປະ​ເທດມະຫາ​ອຳນາດ​ໃນ​ໂລກ ຈະ​ພະຍາຍາມ​ບໍ່​ກໍ່​ກຳລັງ​ດັນ​ຕໍ່​ອີຣານທີ່​ກອງ​ປະຊຸມ​ຂອງ IAEA ຊຶ່ງ​ຈະ​ຖືກ​ດຳ​ເນີນ​ໃນ​ວັນ​ທີ 9-13/9, ​ແນ​ໃສ່​ສ້າງກາລະ​ໂອກາດ​ເພື່ອ​ໃຫ້​ປະທານາທິບ​ໍດີ​ຄົນ​ໃໝ່​ຂອງ​ອີຣານພິສູດ​ໃຫ້​ເຫັນ​ວ່າ ທ່ານ​ມີ​ທ່າ​ທີ່​ເຂັ້ມ​ງວດ​ໃນ​ການ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ​ປະ​ເທດ​ນີ້.

ຂ່າວ/ບົດ​ອື່ນ