ກະຊວງຕຳຫຼວດ 2 ປະເທດ ຫວຽດນາມ ແລະ ຈີນ ເພີ່ມທະວີການຮ່ວມມື

(VOVWORLD) - ວັນທີ 3 ພະຈິກ, ຢູ່ຮ່າໂນ້ຍ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ໄດ້ຕ້ອນຮັບທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງຕຳຫຼວດ ຈີນ ຟູເຈີງຄວາ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ກະຊວງຕຳຫຼວດ 2 ປະເທດ ຫວຽດນາມ ແລະ ຈີນ ເພີ່ມທະວີການຮ່ວມມື - ảnh 1ທ່ານ ຟູເຈີງຄວາ ແລະ  ທ່ານ ເຈືອງຮ່ວາບີ່ງ

 ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ຊົມເຊີຍການຢ້ຽມຢາມຂອງທ່ານຮອງລັດຖະມົນຕີຜູ້ປະຈຳການກະຊວງ ຕຳຫຼວດຈີນ ມາຢ້ຽມຢາມ ຫວຽດນາມ ແລະ ແລກປ່ຽນກ່ຽວກັບບັນດາບັນຫາເຊິ່ງທັງ 2 ຝ່າຍຕ່າງມີຄວາມສົນໃຈ. ໃນຂົງເຂດຕໍ່ສູ້ຕ້ານປ້ອງກັນ, ຕ້ານອາດຊະຍາກຳ, 2 ປະເທດບັນລຸໄດ້ຫຼາຍໝາກຜົນຢ່າງຕັ້ງໜ້າ, ນັບມື້ນັບກ້າວເຂົ້າສູ່ລວງເລິກ, ເຮັດໃຫ້ການພົວພັນມິດຕະພາບທີ່ເປັນມູນເຊື້ຶ້ອ, ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດເລິກເຊິ່ງຂຶ້ນຕື່ມ.

        ທ່ານຮອງລັດຖະມົນຕີ ຜູ້ປະຈຳການກະຊວງຕຳຫຼວດຈີນ ຟູເຈີງຄວາ ໄດ້ແຈ້ງໃຫ້ ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ຮັບຊາບກ່ຽວກັບໝາກຜົນການເຮັດວຽກອັນດີງາມກັບກະຊວງຕຳຫຼວດ ຫວຽດນາມ. 2 ກະຊວງຮ່ວມມືກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນວຽກງານຕໍ່ສູ້ປ້ອງກັນ, ຕ້ານອາດຊະຍາກຳ.

ຕອບກັບ

ຂ່າວ/ບົດ​ອື່ນ