ກະຊວງຕຳຫຼວດ ຫວຽດນາມ - ລາວ ສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ

(VOVWORLD) - ກະຊວງຕຳຫຼວດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮ່ວມມືຮອບດ້ານກັບກະຊວງຕຳຫຼວດລາວ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃຫມ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ
ກະຊວງຕຳຫຼວດ ຫວຽດນາມ - ລາວ ສົມທົບກັນປ້ອງກັນ, ຕ້ານອາດຊະຍາກຳປະເພດຕ່າງໆ - ảnh 1ການເຈລະຈາລະຫວ່າງສອງຝ່າຍ

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 24 – 25 ສິງຫາ, ຕອນບ່າຍວັນທີ 24 ສິງຫາ, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບທ່ານ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ; ທ່ານນາຍົກລັດຖະມົນຕີ ຄຳພັນ ວິພາວັນ. ນະທີ່ນີ້, ທ່ານລັດຖະມົນຕີ ໂຕເລິມ ໄດ້ຢັ້ງຢືນວ່າ: ກະຊວງຕຳຫຼວດ ຫວຽດນາມ ຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອສືບຕໍ່ຮ່ວມມືຮອບດ້ານກັບກະຊວງຕຳຫຼວດລາວ ຕອບສະໜອງຄວາມຮຽກຮ້ອງຕ້ອງການ, ໜ້າທີ່ໃນສະພາບການໃຫມ່ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ຢູ່ໃນໂລກ, ປັບປຸງ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

          ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ຫວັງວ່າ: ການຮ່ວມມືລະຫວ່າງກະຊວງຕຳຫຼວດ ລາວ ແລະ ກະຊວງຕຳຫຼວດ ຫວຽດນາມ ຈະສືບຕໍ່ເພີ່ມທະວີ, ມີປະສິດທິຜົນຢ່າງແທດຈິງ, ປະກອບສ່ວນປັບປຸງ, ພັດທະນາສາຍພົວພັນມິດຕະພາບແບບພິເສດ, ຄວາມສັດຊື່ບໍລິສຸດລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງປະເທດລາວ - ຫວຽດນາມ.

          ແລະກໍ່ໃນວັນດຽວກັນ, ຄະນະຜູ້ແທນຂັ້ນສູງ ກະຊວງຕຳຫຼວດ ຫວຽດນາມ ໂດຍທ່ານລັດຖະມົນຕີ ໂຕເລິມ ໄດ້ພົບປະເຈລະຈາກັບຄະນະຜູ້ແທນຂັ້ນສູງກະຊວງຕຳຫຼວດ ສປປ ລາວ ໂດຍທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງຕຳຫຼວດ ວິໄລ ຫຼ້າຄຳຟອງ ເປັນຫົວໜ້າຄະນະ. ສອງຝ່າຍໄດ້ເຫັນດີເປັນເອກະພາບສົມທົບກັນຢ່າງມີປະສິດທິຜົນ, ແທດຈິງໃນບັນດາຂົງເຂດຮັບປະກັນຄວາມສະຫງົບພາຍໃນປະເທດ ແລະ ປ້ອງກັນ, ຕ້ານກໍ່ການຮ້າຍ, ການເຂົ້າ - ອອກເມືອງ, ຮັກສາຄວາມໝັ້ນຄົງດ້ານການເມືອງພາຍໃນ, ຄວາມໝັ້ນຄົງດ້ານເສດຖະກິດ, ຄວາມໝັ້ນຄົງໃນຂົງເຂດວັດທະນະທຳ...; ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນໃນການປ້ອງກັນ, ຕ້ານອາດຊະຍາກຳຂ້າມຊາດປະເພດຕ່າງໆ, ພິເສດແມ່ນອາດຊະຍາກຳຢາເສບຕິດ, ອາດຊະຍາກຳຄ້າມະນຸດ, ອາດຊະຍາກຳນຳໃຊ້ເຕັກໂນໂລຊີສູງ, ສົມທົບກັນກວາດລ້າງບັນດາເປົ້າໝາຍລະເມີດກົດໝາຍຢູ່ປະເທດນີ້ໄປຫຼົບຫຼີ້ຢູ່ປະເທດອື່ນ.

ຕອບກັບ

ຂ່າວ/ບົດ​ອື່ນ