ກະຊວງຕຳຫຼວດສະເຫຼີມ ສະຫຼອງ 50 ປີແຫ່ງວັນ ສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ

ກະຊວງຕຳຫຼວດສະເຫຼີມ ສະຫຼອງ 50 ປີແຫ່ງວັນ ສ້າງຕັ້ງສາຍພົວພັນທາງການທູດຫວຽດນາມ - ລາວ - ảnh 1
ທ່ານ Dang Van Hieu ຮອງ​ລັດຖະມົນຕີ​ຜູ້​ປະຈຳການ ຕ້ອນຮັບ
ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ ສປປລາວ
( ພາບ: cand.com.vn )

(vovworld) -     ​ຕອນ​ເຊົ້າ​ວັນ​ທີ 17/8, ຢູ່​ທີ່​ຮ່າ​ໂນ້ຍ, ກະຊວງ​ຕຳຫຼວດ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ; 35 ປີ​ແຫ່ງ​ວັນ​ເຊັນ​ສົນ​ທິສັນຍາ​ມິດ​ຕະພາບ ​ແລະ ຮ່ວມ​ມື​ຫວຽດນາມ - ລາວ ​ແລະ ສະ​ເຫຼີມສະຫຼອງ 67 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫຼວດ​ປະຊາຊົນ. ທ່ານ Le Hong Anh, ກຳມະການ​ກົມ​ການ​ເມືອງ, ​ຜູ້​ປະຈຳການ​ຄະນະ​ເລຂາ; ທ່ານ Tran Dai Quang ລັດຖະມົນຕີ​ກະຊວງ​ຕຳຫຼວດຫວຽດນາມ ​ແລະ ທ່ານ ທອງ​ບັນ ​ແສງ​ອາພອນ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແຫ່ງ ສປປລາວ ​ເຂົ້າ​ຮ່ວມພິ​ທີ. ນະ​ທີ່​ນີ້, ທ່ານ Tran Dai Quang, ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ກະຊວງ​ຕ​ຳຫຼວດຫວຽດນາມ ຢືນ​ຢັນ​ວ່າ: ນຳ​ໃຈສັດ​ຊື່​ບໍລິສຸດ​ຜຸດ​ຜ່ອງຂອງ​ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ ​ໄດ້​ຮັບ​ການທົດ​ສອບຜ່ານ​ບັນດາ​ການ​ຕໍ່ສູ້​ທີ່​ຍາວ​ນານ, ບຳລາກ. ກຳລັງ​ຕຳຫຼວດ​ສອງ​ປະ​ເທດ ​ໄດ້​ມີ​ການ​ສົມທົບ​ກັນ​ຕໍ່ສູ້​ກັບ​ບັນດາ​ອາດຊະຍາ​ກຳ​ຂ້າ​ມຊາດ​ຢ່າງ​ມີ​ປະສິດທິ​ພົນ, ພິ​ເສດ​ແມ່ນ​ອາດຊະຍາ​ກຳ​ຢາ​ເສບ​ຕິດ,

        ທີ່​ພິທີ, ທ່ານ ທອງ​ບັນ ​ແສງ​ອາພອນ, ​ເລ​ຂາ​ສູນ​ກາງ​ພັກ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ໄດ້​ຕາງໜ້າ​ໃຫ້​ພັກ, ລັດ ລາວ ມອບ​ຫຼຽນ​​ໄຊ​ອິດ​ສະຫຼະ ​​ໃຫ້​ແກ່​ທ່ານ Tran Dai Quang ລັດຖະມົນຕີ​ກະຊວງ​ຕຳຫຼວດ ​ແລະ ທ່ານ Dang Van Hieu ຮອງ​ລັດຖະມົນຕີ​ຜູ້​ປະຈຳການ; ມອບ​ຫຼຽນ​​ໄຊ​ອິດສະຫຼະ​ຊັ້ນ 2, 5 ຫຼຽນ ​ແລະ ບັນດາ​ຫຼຽນ​ໄຊ​ມິດຕະພາບ​ໃຫ້​ແກ່​ບັນດາ​ໝູ່​ຄະນະ, ສ່ວນ​ບຸກຄົນຂະ​ແໜງ​ຕຳຫຼວດ ​ເຊິ່ງ​ໄດ້​ມີ​ການປະກອບສ່ວນ​ຫຼາຍ​ຢ່າງ​ເຂົ້າ​​ໃນ​ວຽກ​ງານ​ສົມທົບ​ກັນ​ຕໍ່ສູ້​ຕ້ານ​ອາດຊະຍາ​ກຳ, ປະກອບສ່ວນ​ເຂົ້າ​ໃນ​ພາລະ​ກິດ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພ​​ໃຫ້​ແກ່​ປະຊາຊົນ​ສອງ​ປະ​ເທດ ​ແລະ ຄວາມ​ສາມັກຄີ​ມິດຕະພາບ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ລາວ.

ຕອນ​ບ່າຍຂອງ​ວັນ​ດຽວກັນ, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​ເທດ Truong Tan Sang ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ທອງ​ບັນ ​ແສງ​ອາພອນ. ທ່ານ​ປະທານ​ປະ​ເທດ​ໄດ້​ຢັ້ງຢືນ​ວ່າ ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ​ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ຂອງ​ປະຊາຊົນ​ລາວ​ເວົ້າ​ລວມ ​ແລະ ກຳລັງ​ຕຳຫຼວດ​ລາວ​ເວົ້າ​ສະ​ເພາະ, ຢືນຢັນ​ວ່າ, ການ​ຮ່ວມ​ມື​ລະຫວ່າງ​ຕຳຫຼວດ​ສອງ​ປະ​ເທດ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຂົງ​ເຂດ​ບັນລຸ​ປະສິດທິ​ຜົນ​ຢ່າງ​ແທດ​ຈິງ, ປະກອບສ່ວນ​ເຂົ້າ​ໃນ​ກິດຈະການ​ເຊື່ອມ​ໂຍງ ​ແລະ ພັດທະນາ​ເສດຖະກິດ​ປະ​ເທດ​ຊາດ.

ສ່ວນ​ທ່ານ​ລັດຖະມົນຕີ ທອງ​ບັນ ​ແສງ​ອາພອນ​ກໍ່​ແຈ້ງ​ບາງ​ຈຸດ​ຕົ້ນ​ຕໍ່​ໃນ​ການ​ຮ່ວມ​ມື​ລະຫວ່າງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ລາວ ​ແລະ ກະຊວງ​ຕຳຫຼວດ​ຫວຽດນາມ ​ແມ່ນ​ໄດ້​ຮັບ​ການ​ພັດທະນາ​ດີ​ທີ່​ສຸດ ດ້ວຍ​ບັນດາ​ມາດ​ຕະການ​ອັນ​ລະອຽດ ​ແລະ ​ແທດ​ຈິງ. ທ່ານ​ລັດຖະມົນຕີ ທອງ​ບັນ ​ແສງ​ອາພອນ ຂອບ​ອົກ​ຂອບ​ໃຈ​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ຫວຽດນາມ ​​ແລະ ກະຊວງ​ຕຳຫຼວດ​ຫວຽດນາມ​ໃນ​ການຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ - ​ເອີ​ລົບ ​ເຊິ່ງຈະ​ດຳ​ເນີນ​ຢູ່​ລາວ​ໃນ​ປີ​ນີ້ ​ແລະ ​ເຊື່ອ​ໝັ້ນ​ວ່າ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ກະຊວງ​ເວົ້າສະ​ເພາະ ​ແລະ ສອງ​ປະ​ເທດ​ເວົ້າ​ລວມສືບ​ຕໍ່​ໄດ້​ຮັບ​ການ​ພັດທະນາ​ຢ່າງ​ໝັ້ນຄົງ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ