ກະຊວງຕຳຫຼວດຫວຽດນາມ ປຸກລະດົມ ການເສັງຊອກຮູ້ສາຍພົວພັນຫວຽດນາມ - ລາວ

ກະຊວງຕຳຫຼວດຫວຽດນາມ ປຸກລະດົມ ການເສັງຊອກຮູ້ສາຍພົວພັນຫວຽດນາມ - ລາວ - ảnh 1
( ພິທີປຸກລະດົມການ​ເສັງ​ຊອກ​ຮູ້​ປະຫວັດ​ສາດຂອງ
ສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ )


(vovworld) – ​ເພື່ອ​ສະ​ເຫຼີ​ມສະຫຼອງ 35 ປີ​ແຫ່ງ​ວັນ​ເຊັນ​ສົນທິສັນຍາ​ມິດຕະພາບ ​ແລະ ຮ່ວມ​ມື, 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດ​ຫວຽດນາມ - ລາວ (18/7/1962 – 18/7/2012 ),​ ຕອນ​ບ່າຍ​ວັນ​ທີ 12/7, ທີ່​ຮ່າ​ໂນ້ຍ, ກົມ​ໃຫຍ່ກໍ່​ສ້າງກຳລັງ, ກະຊວງ​ຕຳຫຼວດ ​ໄດ້​ຈັດ​ຕັ້ງ​ພິທີປຸກລະດົມການ​ເສັງ​ຊອກ​ຮູ້​ປະຫວັດ​ສາດຂອງສາຍ​ພົວພັນ​ແບບ​ພິ​ເສດ​ຫວຽດນາມ - ລາວ, ລາວ - ຫວຽດນາມ. ການ​ເສັງ​ນີ້ເພື່ອ​ແນ​ໃສ່ຍົກ​ສູງສະຕິ​ຄວາມ​ຮັບ​ຮູ້​ໃຫ້​ແກ່​ພະນັກງານ, ນັກຮົບ, ສະມາຊິກຊາວ​ໜຸ່ມກະຊວງ​ຕຳຫຼວດ ກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​ປີ​ແຫ່ງ​ຄວາມ​ສາມັກຄີ​ມິດຕະພາບຫວຽດນາມ - ລາວ. ຜ່ານ​ນັ້ນ, ​ໂຄສະນາ, ສຶກສາ​ໃຫ້​ພະນັກງານ, ນັກຮົບ, ສະມາຊິກ​ຊາວ​ໜຸ່ມ​ກະຊວງ​ຕຳຫຼວດ​ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຫວຽດນາມ - ລາວ. ພັນ​ຕີ Pham Kim Dinh, ​ເລຂາ​ຄະນະ​ຊາວ​ໜຸ່ມ​ກອມ​ມູນິດ​ໂຮ່ຈິ​ມິນ, ກະຊວງ​ຕຳຫຼວດ ​ໃຫ້​ຮູ້​ວ່າ.

“ຄະນະ​ຊາວ​ໜຸ່ມ ​ແລະ ​ໄວ​ໜຸ່ມ​ກະຊວງ​ຕຳຫຼວດ ​ມີ​ສະຕິ​ທີ່​ຈະ​ແຈ້ງວ່າ ນີ້​ແມ່ນ​ການ​ດຳ​ເນີນ​ຊີວິດ​ການ​ເມືອງ​ທີ່​ມີ​ຄວາມ​ໝາຍ​ຕໍ່​ໄວ​ໜຸ່ມ. ​ເມື່ອ​ໄດ້​ຮັບ​ແຜນການ ພວກ​ຂ້າພະ​ເຈົ້າ​ໄດ້​ຂົນຂວາຍ​ສະມາຊິກ​ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ກາ​ນ​ເສັງ. ພວກ​ຂ້າພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ການ​ເສັງ​ຄັ້ງ​ນີ້ ຈະ​ນຳ​ມາ​ເຊິ່ງຄວາມ​ຮັບ​ຮູ້​ຢ່າງ​ເລິກ​ເຊິ່ງກວ່າ ​ແລະ ປະກອບ​ຄວາມ​ຮູ້ໃຫ້​ສະມາຊິກ​ຊາວ​ໜຸ່ມ​ຂະ​ແໜງ​ຕຳຫຼວດ​ ​ກ່ຽວ​ກັບ​ສາຍ​ພົວພັນ​ລະຫວ່າງ​ສອງ​ຊາດ, ສອງ​ພັກ ​ແລະ ສອງ​ລັດ​ຫວຽດນາມ - ລາວ ກວ່າ​ອີກ.”

ພິທີ​ສະຫຼຸບ ​ແລະ ມອບ​ລາງວັນ​ການ​ເສັງ​ຂອງ​ສອງ​ປະ​ເທດ​ຫວຽດນາມ - ລາວ, ​​ໂດຍສອງ​ປະ​ເທດ​ຈັດ​ຕັ້ງຂຶ້ນຢ່າງ​ສົມ​ກຽດ​ໃນ​ວັນ​ທີ 12/12/2012 ຢູ່​ແຂວງ​ສະຫວັນ​ນະ​ເຂດ.

ຂ່າວ/ບົດ​ອື່ນ