ກະຊວງຕຳຫຼວດເພີ່ມທະວີການຮ່ວມມືກັບອົງການຮ່ວມມືສາກົນສເກົາຫຼີ

ກະຊວງຕຳຫຼວດເພີ່ມທະວີການຮ່ວມມືກັບອົງການຮ່ວມມືສາກົນສເກົາຫຼີ  - ảnh 1
ພົນ​ໂທ ດັ້ງ​ວັນ​ຮ໋ຽວ, ​ແລະທ່ານຕ້KimSik Hyun, ຮອງ​ຫົວໜ​້າຫ້ອງການອົງການ​ຮ່ວມ​ມື​ສາກົນ ສ​ເກົາຫຼີ
(ພາບອິນເຕີແນດ)

(vovworld) – ຕອນ​ບ່າຍ​ວັນ​ທີ 17/2, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ດັ້ງ​ວັນ​ຮ໋ຽວ, ຮອງ​ລັດຖະມົນຕີ ຜູ້​ປະຈຳການ​ກະຊວງ​ຕຳຫຼວດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຜູ້​ແທນ​ຫ້ອງການ​ອົງການ​ຮ່ວມ​ມື​ສາກົນ ສ​ເກົາຫຼີ (KOICA) ​ໂດຍ​ທ່ານ KimSik Hyun, ຮອງ​ຫົວໜ​້າຫ້ອງການ​ນຳ​ໜ້າ. ພົນ​ໂທ ດັ້ງ​ວັນ​ຮ໋ຽວ ສະ​ແດງ​ຄວາມ​ປາຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ຫ້ອງການ​ອົງການ​ຮ່ວມ​ມື​ສາກົນ ສ​ເກົາຫຼີ ຈະຈັດ​ຕັ້ງ​ຊຸດ​ເຝິກອົບຮົມ, ບຳລຸງ​ສ້າງທີ່​ກ່ຽວຂ້ອງ​ເຖິງ​ວຽກ​ງານ​ຂອງ​ກະຊວງ​ຕຳ​ຫຼວດຫວຽດນາມ ​ຄື: ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ສາກົນ, ອາດ​ສະ​ຍາ​ກຳ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ, ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ, ​ເຕັກນິກ​ອາຍາ, ຄຸ້ມ​ຄອງ​ການ​ເຂົ້າ​ອອກ​ເມືອງ, ການ​ບໍລິຫານ​ທາງ​ຄົມ​ມະ​ນາ​ຄົມ, ບຳລຸງ ​​ແລະ ຍົກ​ລະດັບ​ພາສາ​ ສເກົາຫຼີ​ ໃຫ້​ພະນັກງານ​ກະຊວງ​ຕຳຫຼວດ​ຫວຽດນາມ.

        ສ່ວນ​ທ່ານ KimSik Hyun ກໍ່​ຢືນຢັນ ຈະ​ມານະ​ພະຍາຍາມ​ພ້ອມ​ກັບ ກະຊວງ​ຕຳຫຼວດ​ຫວຽດນາມ ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ ​ໃນ​ການ​ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ, ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ