(vovworld) - ວັນທີ 4/4, ກະຊວງປ້ອງກັນປະເທດລາວໄດ້ຈັດຕັ້ງການແຂ່ງຂັນກິລາມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງ ປີແຫ່ງຄວາມສາມັກຄີມິດຕະພາບ ລາວ - ຫວຽດນາມ 2012, 35 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບຮອບດ້ານ ແລະ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ 2 ປະເທດ. ເຂົ້າຮ່ວມພິທີມີ ທ່ານ ຈັນສະໝອນ ຈັນຍາລາດ, ກຳມະການສູນກາງພັກ, ລັດຖະມົນຕີຊ່ວຍວ່າການກະຊວງປ້ອງກັນປະເທດລາວ, ພະນັກງານ, ນາຍທະຫານ, ນັກຮົບຂອງກະຊວງປ້ອງກັນປະເທດລາວ, ພ້ອມກັບພະນັກງານສະຖານທູດ ແລະ ບັນດາອົງການຕາງໜ້າຂອງຫວຽດນາມ ປະຈຳລາວ. ທ່ານພົນຈັດຕະວາ ອ່ອນສີ ແສນສຸກ, ຫົວໜ້າຫ້ອງວ່າການກະຊວງປ້ອງກັນປະເທດ ຢືນຢັນວ່າ: ການພົບປະແລກປ່ຽນກິລາ - ວັດທະນະທຳ - ສິລະປະ ສະແດງໃຫ້ເຫັນນ້ຳໃຈສາມັກຄີມິດຕະພາບສະໜິດແໜ້ນລະຫວ່າງກອງທັບ 2 ປະເທດເວົ້າສະເພາະ ແລະ ປະຊາຊົນລາວ - ຫວຽດນາມ ເວົ້າລວມ. ການເຄື່ອນໄຫວນີ້ປະກອບສ່ວນປຸກລະດົມລຸ້ນໜຸ່ມຮັກສາ ແລະ ເສີມຂະຫຍາຍມູນເຊື້ອສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ.