ກະຊວງປ້ອງກັນປະເທດຫວຽດນາມ ຈັດງານຊຸມນຸມມິດຕິງ ຕອບສະໜອງວັນສິ່ງແວດລ້ອມໂລກ

ກະຊວງປ້ອງກັນປະເທດຫວຽດນາມ ຈັດງານຊຸມນຸມມິດຕິງ ຕອບສະໜອງວັນສິ່ງແວດລ້ອມໂລກ - ảnh 1
​ປູກ​ຕົ້ນ​ໄມ້ ປະກອບສ່ວນ​ປັບປຸງ​ສິ່ງ​ແວດ​ລ້ອມ​
(ພາບ:qdnd.vn)

( vovworld ) – ​ວັນ​ທີ 4/6, ຢູ່​ໂຮງຮຽນ​ນາຍ​ທະຫານ​ສື່ສານ ສັງ​ກັດ​ເຫຼົ່າ​ຮົບ​ຕິດ​ຕໍ່​ສື່ສານ, ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ຈັດງານ​ຊຸມນຸມ​ມິດ​ຕິງ ຕອບ​ສະໜອງ​ວັນ​ສິ່ງ​ແວດ​ລ້ອມ​ໂລກ (5/6/2012). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ພົນ​ໂທ Truong Quang Khanh ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ເນັ້ນໜັກ​ວ່າ: ​ເມື່ອ​ສັງ​ເກດ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ຄວາມ​ສຳຄັນ​ຂອງ​​ສິ່ງ​ແວດ​ລ້ອມ ​ແລະ ວຽກ​ງານ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ພວກ​ເຮົາ​ຕ້ອງ​ກຳນົດ​ຄວາມ​ຮັບຜິດຊອບ, ການ​ກະທຳ​ເພື່ອ​ແນ​ໃສ່​ຫລຸດຜ່ອນ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທາງກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​​ໄດ້​ຊີ້​ນຳ​ບັນດາ​ກົມ​ກອງ​ໃນ​ທົ່ວ​ກອງທັບ ປະຕິບັດ​ກົດໝາຍ​ວ່າ​ດ້ວຍ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຢ່າງ​ເຂັ້ມງວດ, ຜັນ​ຂະຫຍາຍ​ປະຕິບັດ​ບັນດາ​ຂໍ້​ກຳນົດ, ການ​ແນະນຳ​ຂອງ​ລັດ​ກ່ຽວ​ກັບ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ໃນ​ກອງທັບ. ຕັ້ງໜ້າ, ​ເປັນ​ເຈົ້າການ​ໃນ​ບັນດາ​ການ​ເຄື່ອນ​ໄຫວ​ປັບປຸງ​ສິ່ງ​ແວດ​ລ້ອມ​ຄື: ​ເກັບ​ກູ້​ລະ​ເບີດ, ໝາກ​ໝິ່ນບໍ່​ທັນ​ແຕກ, ກຳຈັດ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ, ​ທຳລາຍ​ບັນດາ​ຮາກ​ຖານ​ກໍ່​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ຢ່າງ​ສີ້​ນ​ເຊີງ…. ພາຍຫຼັງ​ງານ​ຊຸມນຸມ​ມິດ​ຕິງ,​ ທ່ານ​ພົນ​ໂທ Truong Quang Khanh ພ້ອມ​ກັບ​ການ​ນຳ, ຜູ້​ບັນຊາ​ການ​ບັນດາ​ກົມ​ກອງ, ຄະນະ​ກຳມະການ​ປະຊາຊົນ​ແຂວງ Khanh Hoa ​ປູກ​ຕົ້ນ​ໄມ້ ປະກອບສ່ວນ​ປັບປຸງ​ສິ່ງ​ແວດ​ລ້ອມ​ຢູ່ໂຮງຮຽນ​ນາຍ​ທະຫານ​ສື່ສານ.

 

ຂ່າວ/ບົດ​ອື່ນ