ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ສະ​ເໜີ​ກົນ​ໄກ​ກະ​ໂດດ​ຂັ້ນ​ໃນ​ການ​ຊຸກ​ຍູ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍສະເໜີໃຫ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສືບຕໍ່ຊຸກຍູ້ຂະແໜງວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່, ປະດິດຄິດສ້າງຢ່າງແຮງກວ່າອີກໃນໄລຍະຈະມາເຖິງ.
ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຢີ ສະ​ເໜີ​ກົນ​ໄກ​ກະ​ໂດດ​ຂັ້ນ​ໃນ​ການ​ຊຸກ​ຍູ້​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຢີ ແລະ ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ວັນທີ 6 ມັງກອນ ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີຫວຽດນາມ ໄດ້ຈັດຕັ້ງກອງປະຊຸມ “ສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021” ເພື່ອແນໃສ່ຕີລາຄາໝາກຜົນທີ່ບັນລຸໄດ້ໃນປີ 2020, ແລກປ່ຽນ, ປຶກສາຫາລື, ວາງມາດຕະການຜັນຂະຫຍາຍໜ້າທີ່ ເຊິ່ງລັດຖະບານ, ນາຍົກລັດຖະມົນຕີມອບໝາຍໃນປີ 2021 ໃຫ້ມີປະສິດທິຜົນ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ຕີລາຄາສູງ ແລະ ຮັບຮູ້ຕໍ່ວຽກງານທີ່ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ໄດ້ສຸມໃສ່ປະຕິບັດໜ້າທີ່ຈຸດສຸມ, ກະທັນຫັນຢ່າງວ່ອງໄວ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍສະເໜີໃຫ້ ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ສືບຕໍ່ຊຸກຍູ້ຂະແໜງວິທະຍາສາດ, ເຕັກໂນໂລຢີ, ປ່ຽນແປງໃໝ່, ປະດິດຄິດສ້າງຢ່າງແຮງກວ່າອີກໃນໄລຍະຈະມາເຖິງ, ຖືເອົາວິສາຫະກິດເປັນໃຈກາງໃນການປ່ຽນແປງໃໝ່ປະດິດຄິດສ້າງ; ຊຸກຍູ້ການປະດິດຄິດສ້າງໃນວົງການນັກຄົ້ນຄວ້າ, ໃນນັ້ນ ເພີ່ມທະວີການຄົ້ນຄວ້າໃນຂົງເຂດ ວິທະຍາສາດ, ສັງຄົມວັດທະນະທຳມະນຸດ.


ຕອບກັບ

ຂ່າວ/ບົດ​ອື່ນ