ກະຊວງສາທາລະນະສຸກ ປຸກລະດົມການຍ່າງພາຍ ໃຕ້ຫົວຂໍ້ວ່າ: ເພື່ອໝາກ ຫົວໃຈແຂງແຮງ

ກະຊວງສາທາລະນະສຸກ ປຸກລະດົມການຍ່າງພາຍ ໃຕ້ຫົວຂໍ້ວ່າ: ເພື່ອໝາກ ຫົວໃຈແຂງແຮງ - ảnh 1
ພາບປະກອບ: internet

(vovworld) - ວັນທີ 7/10 ຢູ່ ນະຄອນ Ha Long ແຂວງ Quang Ninh ມີກວ່າ 1000 ຄົນໄດ້ເຂົ້າຮ່ວມການຍ່າງຕອບສະຫນອງພິທີປຸກລະດົມການຍ່າງເພື່ອໝາກຫົວ​ໃຈ​ແຂງ​ແຮງ ​ແນ​ໃສ່​ໂຄສະນາການ​ປ້ອງ​ກັນ ​ແລະ ຕ້ານ​ຄວາມດັນເລືອດສູງ ​ແລະ ບັນດາ​ພະຍາດ​ກ່ຽວ​ກັບ​ໝາກ​ຫົວ​ໃຈ​ປີ 2012. ທີ່​ພິທີ​ປຸກລະດົມ, ທ່ານ​ນາງ Nguyen Thi Xuyen ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ​ໃຫ້​ຮູ້​ວ່າ: ​ໃນ​ບັນດາ​ພະຍາດ​ກ່ຽວ​ກັບ​ໝາກ​ຫົວ​ໃຈ, ຄວາມດັນ​ເລືອດ​ສູງ​ແມ່ນ​ພະຍາດ​ເຄີຍພົບ​ເຫັນຫລາຍ​ກວ່າ​ໝູ່ ​ແລະ ອັດຕາ​ສ່ວນ​ຜູ້​​ເປັນ​ພະຍາດ​ນີ້​ມີ​ທ່າ​ອ່ຽງ​ເພີ່ມ​ຂຶ້ນ​ໃນ​ໄລຍະ​ມໍ່ໆ​ມາ​ນີ້ ຢູ່ ຫວຽດນາມ. ສະ​ນັ້ນ ທ່ານ​ນາຍົກລັດຖະມົນຕີ ​ໄດ້​ອະ​ນຸມັດ​ໂຄງການ​ຈຸດໝາຍ​ປ້ອງ​ກັນ ຕ້ານຄວາມດັນ​ເລືອດ​ສູງ​ແຫ່ງ​ຊາດ. ​ໂຄງການ​ດັ່ງກ່າວ​ໄດ້ ​ແລະ ພວມ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງຫນ້າ​ຢູ່ 63 ​ແຂວງ, ນະຄອນ ​ໃນ​ທົ່ວ​ປະ​ເທດ​ດ້ວຍ​ຈຸດໝາຍ ​ແມ່ນ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະຊາຊົນ​ກ່ຽວ​ກັບ​ການ​ປ້ອງ​ກັນ ​ແລະ ຕ້ານ​ຄວາມດັນ​ເລືອດ​ສູງ, ສ້າງ, ຜັນ​ຂະ​ຫຍາ​ຍ ​ແລະ ຮັກສາ​ຮູບ​ແບບ​ຄວບຄຸມພະ​ຍາດ​ຄວາມດັນ​ເລືອດ​ສູງ​ຢູ່​ຂັ້ນ​ຮາກ​ຖານ​ຢ່າງ​ໝັ້ນຄົງ, ສູ້​ຊົນ​ບັນລຸ​ຄາດໝາຍ 50% ຈຳນວນ​ຜູ້​​ເປັນ​ພະຍາດ​ນີ້​ໄດ້​ຮັບ​ການກວດ, ຄົ້ນ​ພົບ ​ແລະ ປິນປົວ​ຕາມ​ແຜນ​ປິນປົວ​ໂດຍ​ກະຊວງ​ສາທາລະນະ​ສຸກ​ກຳນົດ.

ຂ່າວ/ບົດ​ອື່ນ