ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ກ່າວ​ເຕືອນ​ປະ​ຊາ​ຊົນ​ມີ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ​ກ່ຽວ​ກັບ​ ​ໂລກ​ລະ​ບາດ Covid – 19

(VOVWORLD) -ກະຊວງສາທາລະນະສຸກ ຫາກໍ່ໄກ້ກ່າວເຕືອນປະຊາຊົນມີສະຕິລະວັງຕົວຕໍ່ຂ່າວບໍ່ມີມູນຄວາມຈິງ. ລາຍລະອຽດ, ໄລຍະມໍ່ໆມານີ້ ໃນສື່ສັງຄົມອອນລາຍ ຫາກໍ່ແບ່ງປັນຂໍ້ມູນຂ່າວສານຂອງ ສາດສະດາຈານ ແບັກ ສະມາຊິກຂອງ ຄະນະຊີ້ນຳການປ້ອງກັນຕ້ານໂລກລະບາດ Covid – 19.
ກະ​ຊ​ວງ​ສາ​ທາ​ລະ​ນະ​ສຸກ​ກ່າວ​ເຕືອນ​ປະ​ຊາ​ຊົນ​ມີ​ສະ​ຕິ​ລະ​ວັງ​ຕົວ​ຕໍ່​ຂ່າວ​ບໍ່​ມີ​ມູນ​ຄວາມ​ຈິງ​ກ່ຽວ​ກັບ​ ​ໂລກ​ລະ​ບາດ Covid – 19 - ảnh 1ພາບປະກອບ: TTXVN 

ທ່ານ ຫງວຽນດິ່ງແອງ, ຫົວໜ້າກົມສື່ສານ ແລະ ແຂ່ງຂັນຍ້ອງຍໍຊົມເຊຍ, ກະຊວງສາທາລະນະສຸກໄດ້ຢັ້ງຢືນວ່າ ນີ້ແມ່ນຂ່າວບໍ່ມີມູນຄວາມຈິງ, ຍ້ອນວ່າ ບັນດາສະມາຊິກໃນ ຄະນະຊີ້ນຳການປ້ອງກັນ, ຕ້ານໂລກລະບາດແຫ່ງຊາດບໍ່ມີຜູ້ໃດມີຊື່ວ່າ ແບັກ.

ຕາມບັນດານັກຊ່ຽວຊານດ້ານກົດໝາຍແລ້ວ, ນີ້ແມ່ນການກະທຳທີ່ຜິດກົດໝາຍ ແລະ ບັນດາສ່ວນບຸກຄົນ, ອົງການທີ່ໃຫ້ຂ່າວບໍ່ມີມູນຄວາມຈິງນັ້ນ, ແມ່ນອາດຈະຖືກປັບໄໝເງິນຂຶ້ນເຖິງ 50 ລ້ານດົ່ງ.

ໃນໄລຍະໂລກລະບາດ Covid – 19 ພວມມີການຜັນແປຢ່າງສັບສົນຄືໃນປັດຈຸບັນ, ບັນດາຜູ້ນຳໃຊ້ສື່ສັງຄົມອອນລາຍຄວນມີສະຕິສຳລັບປະຊາຄົມຫຼີກລ້ຽງເລື່ອງ ພຽງແຕ່ຢາກດຶງດູດຈຳນວນຜູ້ຕິດຕາມນັ້ນ, ກໍ່ໄດ້ໃຫ້ຂ່າວທີ່ຜິດກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ