ກະຊວງສາທາລະນະສຸກຕິດຕາມກວດການັກສຶກສາ3ຄົນທີ່ມາຈາກເຂດເກີດໂລກລະບາດEbolaຢ່າງແໜ້ນແຟ້ນ

ກະຊວງສາທາລະນະສຸກຕິດຕາມກວດການັກສຶກສາ3ຄົນທີ່ມາຈາກເຂດເກີດໂລກລະບາດEbolaຢ່າງແໜ້ນແຟ້ນ - ảnh 1
3 ນັກສຶກສາ Nigeria
(ພາບ: Vietnamnet)

(vovworld) – ວັນ​ທີ 14/8, ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ຫວຽດນາມ ຫງວຽນ​​ແທງ​ລອງ ພ້ອມ​ກັບ​ບັນດາ​ນັກ​ຊ່ຽວຊານ​ຂອງ​ອົງການ​ອະນາ​ໄມ​ໂລກ (WHO), ສູນ​ການ​ແພດ​ສຳຮອງ ​ແລະ ຄວບຄຸມພະ​ຍາດ ອາ​ເມ​ລິ​ກາ (USCDC) ​ແລະ ພະ​ແນ​ກສາທາລະນະ​ສຸກນະຄອນ ຮ່າ​ໂນ້ຍ ​ໄດ້​ສົ່ງໄປ​ກວດກາ​​ໂດຍ​ກົງນັກ​ສຶກສາຊາວ Nigeria 3 ຄົນ (​ເຊິ່ງ​ແມ່ນ​ໜຶ່ງ​ໃນ 4 ປະ​ເທດ​ພວມ​​ເກີດ​ໂລກລະບາດ​ໂດຍ​​ໄວຣັດ Ebola ກໍ່​ຂຶ້ນ) ຫາ​ກໍ່​ໄປ​ຍັງ ຫວຽດນາມ. ໝາກຜົນ​ຂອງ​ການ​ກວດກາ​ໃຫ້​ເຫັນ​ວ່າ, ນັກ​ສຶກສາ 3 ຄົນ​ລ້ວນ​ແຕ່​ແຂງ​ແຮງ​ຢູ່ ​ແລະ ຍັງ​​ໄດ້​ຮັບ​ການ​ຕິດຕາມ​ກວດກາ​ຈາກ​ກະຊວງ​ສາທາລະນະ​ສຸກ​ຢ່າງ​​ເຄັ່ງ​ຄັດ.

    ປະຈຸ​ບັນ, ບັນດາ​ພາລະ​ກອນ​ການ​ແພດ​ໄດ້​ກວດກາ​ສຸຂະພາບ​ປະຈຳ​ວັນ​ໃຫ້ນັກ​ສຶກສາ 3 ຄົນ​ດັ່ງກ່າວ ​ແລະ ​ໄດ້​ຮັບ​ການ​ປຶກສາ​ຫາລື​ກ່ຽວ​ກັບ​ພະຍາດ Ebola ​ແລະ ວິທີ​ປ້ອງ​ກັນ, ​ໄດ້​ຮັບ​ການ​ກ່າວ​ເຕືອນ​ຄວນ​ພັກຜ່ອນ​, ຫຼີກ​ລ້ຽງ​ການ​ພົບ​ກັບ​ຄົນອ້ອມ​ຂ້າງ.

 


ຂ່າວ/ບົດ​ອື່ນ