ກະຊວງສາທາລະນະສຸກຫວຽດນາມປະກາດໃຊ້ເອກະສານແນະນຳການບົ່ງມະຕິ, ປິ່ນປົວໂລກໄຂ້ຫວັດ A/H7N9

ກະຊວງສາທາລະນະສຸກຫວຽດນາມປະກາດໃຊ້ເອກະສານແນະນຳການບົ່ງມະຕິ, ປິ່ນປົວໂລກໄຂ້ຫວັດ A/H7N9 - ảnh 1
ພາບປະກອບ:internet

(vovworld) -  ​ວັນ​ທີ 10/4, ກະຊວງ​ສາທາລະນະ​ສຸກ​ຫວຽດນາມ ​ໄດ້​ປະກາດ​ໃຊ້​ເອກະສານ​ແນະນຳ​ກ່ຽວ​ກັບ​ການ​ບົ່ງມະຕິ,  ປິ່ນປົວ ​ແລະ ຄວບຄຸມ​ການ​ຕິດ​​ແປດ​ຂອງ​ໂລກໄຂ້ຫວັດ​ A/H7N9 ​​ຢູ່​ຄົນ. ກະຊວງ​ສາທາລະນະ​ສຸກ​ໄດ້​ຢືນຢັນ​ວ່າ: ​ໄວຣັດ​ໄຂ້ຫວັດ A/H7N9 ​ແມ່ນ​ປະ​ເພດ​​ໃຫມ່, ມີ​ຕົ້ນ​ກຳ​ເນີ​ດຈາກ​ໄວຣັດ​ໄຂ້ຫວັດ​ສັດ​ປີກ ​ແລະ ນົກ​ບາງ​ປະ​ເພດ ອາດ​ຈະ​ກໍ່​ຄວາມ​ຕິດ​​ແປດ​ສູ່​ຄົນ​ເຮັດ​ໃຫ້​ຜູ້​ຕິດ​ໂລກ​ໄຂ້ຫວັດ​ຈະ​ຖືກ​ພະຍາດ​ ​ປອດອັກ​ເສບ​ຫນັກ ​ແລະ ອັດຕາ​ສ່ວນ​ຜູ້​ເສຍ​ຊີວິດ​ສູງ. ສະ​ນັ້ນ ກະຊວງ​ສາທາລະນະ​ສຸກ​ໄດ້​ແນະນຳ​ການ​ບົ່ງມະຕິ​ ​ແລະ ຮຽກຮ້ອງ​ວ່າບັນດາ​ກໍລະນີ​ທີ່ຖືກ​ສົງ​ໃສ​ຕິດ​ໂລກ​ໄຂ້ຫວັດ A/H7N9 ​ຕ້ອງ​ໄດ້​ຮັບ​ການກວດ​ພະຍາດ​ຢູ່​ໂຮງໝໍ, ​ແຍກ​ຕົວ ​ແລະ ປະຕິບັດ​ການ​ວິ​ໄຈ​​ເພື່ອ​ບົ່ງມະຕິພະຍາດ.​

ໃນ​ຂະນະ​ນັ້ນ, ກຳລັງ​ສັດຕະວະ​ແພດ​ນະຄອນ ​ໂຮ່ຈີ​ມິນ ພວມ​ຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວຂາດ​ເພື່ອ​ສະກັດ​ກັ້ນ ​ແລະ ຄວບ​ຄຸມ​​ໂລກ​ໄຂ້ຫວັດ​ສັດ​ປີກ A/H5N1  ​ແລະ ໂລກ​ໄຂ້ຫວັດ​ A/H7N9. ທ່ານ ຫງວຽນ​ເຟືອ​ກຈຸ​ງ, ຮອງ​ຜູ້ອຳນວຍການ​ພະ​ແນ​ກກະ​ສິກຳ ​ແລະ ພັດທະນາ​ຊົນນະບົດ ນະຄອນ ​ໂຮ່ຈີ​ມິນ, ​ໃຫ້​ຮູ້​ວ່າ:

“ຜ່ານ​ການ​ກວດກາ​ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ: ບັນດາ​ທ້ອງ​ຖິ່ນ​ໄດ້​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂົນຂວາຍ​ໂຄສະນາ​ກ່ຽວ​ກັບ​ການ​ນຳ​ໃຊ້​ອາຫານ​ທີ່​ປອດ​ໄພ. ພວກ​ຂ້າພະ​ເຈົ້າ​ຮຽກຮ້ອງ​ໃຫ້​ທຸກ​ທ້ອງ​ຖິ່ນ​ຕ້ອງ​ປະສານ​ສົມທົບ​ນຳ​ກັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ຫລີກ​ລ້ຽງ​ສະພາບ​ຂາຍ​ສັດ​ປີກ​ທີ່​ບໍ່​ທັນ​​ໄດ້​ຮັບ​ການ​ກວດກາ​ໂລກລະບາດ”

ໃນວັນດຽວກັນ, ວົງການເຈົ້າຫນ້າທີ່ການແພດ ຊຽງໄຮ່ ປະເທດຈີນ ໃຫ້ຮູ້ວ່າ: ສຸຂະພາບຜູ້ຖືກຕິດໄວຣັດໄຂ້ຫວັດ A/H7N9 ຄົນທຳອິດ​ໄດ້ກັບຄືນສູ່ສະພາບເປັນປົກກະຕິແລ້ວ ​ແລະ ໄດ້ອອກ​ໂຮງໝໍ​ໃນ​ວັນ​ດຽວ​ກັນ​ພາຍຫລັງ​ໄດ້ຮັບການປິ່ນປົວ​ຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ