ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມມອບ​ຜ້າ​ອັດ​ປາກ - ​ອັດດັງ​ຈ​ຳ​ນວນ 200.000 ອັນ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ

(VOVWORLD) - ເພື່ອແນໃສ່ໜູນຊ່ວຍກະຊວງສາທາລະນະສຸກລາວ ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19, ຕອນບ່າຍວັນທີ 15 ກໍລະກົດ 2020 ຢູ່ຮ່າໂນ້ຍ, ທ່ານ ສາດສະດາຈານ, ປ.ອ ຫງວຽນແທັງລອງ, ຜູ້ຮັກສາການລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມໄດ້ມອບຜ້າອັດປາກ - ອັດດັງຈຳນວນ 200.000 ອັນໃຫ້ ກະຊວງສາທາລະນະສຸກລາວ.
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຫວຽດ​ນາມມອບ​ຜ້າ​ອັດ​ປາກ  - ​ອັດດັງ​ຈ​ຳ​ນວນ 200.000 ອັນ​ໃຫ້​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ - ảnh 1ພິທີມອບ - ຮັບຜ້າອັດປາກການແພດ (ພາບ: dangcongsan.vn

 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດລາວປະຈຳຫວຽດນາມເປັນຜູ້ຮັບ ແລະ ກ່າວສະແດງຄວາມຂອບໃຈຕໍ່ຂອງຂວັນທີ່ມີຄວາມໝາຍຈາກກະຊວງສາທາລະນະສຸກຫວຽດນາມ, ທ່ານກໍ່ສະແດງຄວາມຊົມເຊີນຕໍ່ໝາກຜົນອັນຍິ່ງໃຫຍ່ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະລາດ ຂອງຫວຽດນາມໃນໄລຍະທີ່ຜ່ານມາ, ໃນນັ້ນມີການປະກອບສ່ວນຢ່າງໃຫຍ່ຫຼວງຂອງຂະແໜງສາທາລະນະສຸກຫວຽດນາມ. ທ່ານ ເອກອັກຄະລັດຖະທູດ ໄດ້ຕີລາຄສູງ ແລະ ຮັບຮູ້ຕໍ່ນ້ຳໃຈຂອງ ລັດຖະບານ, ປະຊາຊົນຫວຽດນາມ ກໍ່ຄືກະຊວງສາທາລະນະສຸກ ຫວຽດນາມສະຫງວນໃຫ້ ລັດຖະບານ ແລະ ປະຊາຊົນລາວ.

ຕອບກັບ

ຂ່າວ/ບົດ​ອື່ນ