ກະຊວງ​ອຸ​ດສາ​ຫະກໍາ ​ແລະ ການ​ຄ້າ​ຫວຽດນາມ ​ໄດ້​ສ້າງ​ສໍາ​ເລັດ​​ເອກະສານ​ໃຫ້​ສັດຕະຍາບັນ​ສັນຍາ EVFTA

(VOVWORLD) -  ກົມນະໂຍບາຍການຄ້າສາກົນ ສັງກັດກະຊວງອຸດສາຫະກໍາ ແລະ ການຄ້າຫວຽດນາມ ໃຫ້ຮູ້ວ່າ: ກໍາມາທິການການຄ້າສາກົນ (INTA) ຂອງລັດຖະສະພາເອີຣົບ ໄດ້ຈັດກອງປະຊຸມປ່ອນບັດສະເໜີໃຫ້ແກ່ບັນດາສະມາຊິກລັດຖະສະພາກ່ຽວກັບການໃຫ້ສັດຕະຍາບັນສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ ແລະ ສະຫະພາບເອີຣົບ (EVFTA).
ກະຊວງ​ອຸ​ດສາ​ຫະກໍາ ​ແລະ ການ​ຄ້າ​ຫວຽດນາມ ​ໄດ້​ສ້າງ​ສໍາ​ເລັດ​​ເອກະສານ​ໃຫ້​ສັດຕະຍາບັນ​ສັນຍາ EVFTA - ảnh 1ການປ່ອນບັດຢູ່ INTA (ພາບ:  TTXVN)

        ດ້ວຍຈໍານວນບັດສະໜັບສະໜູນ 29 ບັດ, ກໍາມາທິການການຄ້າສາກົນ ໄດ້ເຫັນດີຮັບຮອງເອົາຂໍ້ສະເໜີໃຫ້ສັດຕະຍາບັນສັນຍາ EVFTA. ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ອີຢູ (EVIPA) ຈະສືບຕໍ່ໄດ້ສະເໜີມາຍັງລັດຖະສະພາເອີຣົບ ເພື່ອປ່ອນບັດໃຫ້ສັດຕະຍາບັນ ຢູ່ທີ່ວາລະປະຊຸມຄົບຄະນະຂອງລັດຖະສະພາ ເຊິ່ງຄາດວ່າຈະຈັດຂຶ້ນໃນເດືອນ ກຸມພາ ຈະມາເຖິງນີ້.

        ທາງຝ່າຍຫວຽດນາມ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສ້າງເອກະສານໃຫ້ສັດຕະຍາຍາມສັນຍາ EVFTA ຢ່າງສົມບູນແບບໃນຕົ້ນເດືອນມັງກອນ ຜ່ານມາ ແລະ ຍື່ນສະເໜີຕໍ່ນາຍົກລັດຖະມົນຕີພິຈາລະນາ, ຕົກລົງ. ຕາມຂໍ້ກໍານົດຂອງກົດໝາຍວ່າດ້ວຍ ສົນທິສັນຍາ ສາກົນ 2016 ແລ້ວ, ສໍາລັບຊຸດສໍາເນົາເອກະສານດັ່ງກ່າວ, ລັດຖະບານຈະຕ້ອງຍື່ນສະເໜີມາຍັງປະທານປະເທດ ແລະ ຫຼັງຈາກນັ້ນ ປະທານປະເທດ ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາ ແລະ ຕົກລົງ.


ຕອບກັບ

ຂ່າວ/ບົດ​ອື່ນ