ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສົ່ງ​ເສີມ​ວິ​ສາ​ຫະ​ກິດ ເອີ​ລົບ ມາ​ລົງ​ທຶນຂຽວ​ຢູ່ ຫວຽດ​ນາມ

(VOVWORLD) -ເຂົ້າຮ່ວມການໂອ້ລົມສົນທະນາ ນະໂຍບາຍກັບ ວິສາຫະກິດ, ທ່ານ ລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ເນັ້ນໜັກວ່າ ກະຊວງອຸດສາຫະກຳ ການຄ້າ ຈະເປັນເຈົ້າການສ້າງລະບອບລະບຽບການ ເພື່ອຍົກສູງກຳລັງພາຍໃນຂອງ ພື້ນຖານເສດຖະກິດ, ຍົກສູງກຳລັງຄວາມສາມາດໃນການແກ່ງແຍ້ງຂອງບັນດາວິສາຫະກິດ ຫວຽດນາມ
ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ສົ່ງ​ເສີມ​ວິ​ສາ​ຫະ​ກິດ ເອີ​ລົບ ມາ​ລົງ​ທຶນຂຽວ​ຢູ່ ຫວຽດ​ນາມ - ảnh 1ບັນດາຜູ້ແທນເຂົ້າຮ່ວມ ການເຮັດວຽກ (ພາບ:ຫ້ອງການການຄ້າ ຫວຽດນາມ ປະຈຳ ອັງກິດ )

ໃນຂອບເຂດການຢ້ຽມຢາມ, ເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມຄັ້ງທີ 26 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ລາຊະອານາຈັກ ອັງກິດ ໃນລະຫວ່າງ ວັນທີ 31 ຕຸລາ ຫາ ວັນທີ 2 ພະຈິກ, ໃນວັນທີ 1 ພະຈິກ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ກອງປະຊຸມສົນທະນາກັບ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່ຽວກັບການ“ສ້າງອະນາຄົດວັດທະນາຖາວອນ ແລະ ຍືນຍົງ ຜ່ານການລົງທຶນພາກເອກະຊົນ”. ເຂົ້າຮ່ວມການໂອ້ລົມສົນທະນາ ນະໂຍບາຍກັບ ວິສາຫະກິດ, ທ່ານ ລັດຖະມົນຕີ ຫງວຽນຮົ່ງຢຽນ ໄດ້ເນັ້ນໜັກວ່າ ກະຊວງອຸດສາຫະກຳ ການຄ້າ ຈະເປັນເຈົ້າການສ້າງລະບອບລະບຽບການ ເພື່ອຍົກສູງກຳລັງພາຍໃນຂອງ ພື້ນຖານເສດຖະກິດ, ຍົກສູງກຳລັງຄວາມສາມາດໃນການແກ່ງແຍ້ງຂອງບັນດາວິສາຫະກິດ ຫວຽດນາມ, ຊຸກຍູ້ວິວັດແຫ່ງການຫັນເປັນດີຈີຕອນ ໃນທຸກຂົງເຂດຜະລິດ, ການຄ້າ ແລະ ເດີນຕາມຮູບການພັດທະນາແບບຍືນຍົງ. ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສະແດງການສົ່ງເສີມບັນດາວິສາຫະກິດ ແລະ ນັກລົງທຶນ ເອີລົບ ສ້າງບັນດາໂຄງການຮ່ວມມືທີ່ເໝາະສົມກັບຄວາມຕ້ອງການຕົວຈິງຂອງ ຫວຽດນາມ ແລະ ເໝາະສົມກັບຍຸດທະສາດພັດທະນາອຸດສາຫະກຳ ດັ່ງກ່າວ ຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ