ກະ​ຊວງ​ອຸ​ດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ​ແລະ ແຂວງ Wakayama (ຍີ່​ປຸ່ນ) ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ດ້ານ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ

(VOVWORLD) -ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ຕີລາຄາສູງກຳລັງບົ່ມຊ້ອນພັດທະນາຂອງ ແຂວງ Wakayama ແລະ ຢັ້ງຢືນວ່າ ສອງຝ່າຍຍັງມີໂອກາດຮ່ວມມືກັນຢ່າງແໜ້ນແຟ້ນຫຼາຍຢ່າງເພື່ອຫັນກຳລັງບົ່ມຊ້ອນນັ້ນໃຫ້ເປັນຜົນປະໂຫຍດທີ່ແທດຈິງໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ແລະ ຍີ່ປຸ່ນ.
ກະ​ຊວງ​ອຸ​ດ​ສາ​ຫະ​ກຳ ແລະ ການ​ຄ້າ ຫວຽດ​ນາມ ​ແລະ ແຂວງ Wakayama (ຍີ່​ປຸ່ນ) ເຫັນ​ດີ​ເພີ່ມ​ທະ​ວີ​ການ​ຮ່ວມມ​ື​ດ້ານ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Yoshinobu Nisaka ຜູ້ວ່າການແຂວງ Wakayama (ພາບ: baoquocte.vn)

ວັນທີ 24 ພະຈິກ, ຢູ່ນອກຂອບເຂດການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ແລະ ທ່ານ Yoshinobu Nisaka ຜູ້ວ່າການແຂວງ Wakayama ໄດ້ລົງນາມໃນບົດບັນທຶກຊ່ວຍຈຳວ່າດ້ວຍການເພີ່ມທະວີການຮ່ວມມືໃນຂົງເຂດການຄ້າ ແລະ ອຸດສາຫະກຳ ລະຫວ່າງ ກະຊວງ ກັບ ອຳນາດການປົກຄອງແຂວງ.

        ກ່ອນໜ້ານັ້ນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ ຜູ້ວ່າການ Nisaka, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ຕີລາຄາສູງກຳລັງບົ່ມຊ້ອນພັດທະນາຂອງ ແຂວງ Wakayama ແລະ ຢັ້ງຢືນວ່າ ສອງຝ່າຍຍັງມີໂອກາດຮ່ວມມືກັນຢ່າງແໜ້ນແຟ້ນຫຼາຍຢ່າງເພື່ອຫັນກຳລັງບົ່ມຊ້ອນນັ້ນໃຫ້ເປັນຜົນປະໂຫຍດທີ່ແທດຈິງໃຫ້ແກ່ວິສາຫະກິດຂອງ ຫວຽດນາມ ແລະ ຍີ່ປຸ່ນ.

        ສ່ວນທ່ານຜູ້ວ່າການ Nisaka ກໍໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືທີ່ໄດ້ລົງນາມໃນຄັ້ງນີ້, ສອງຝ່າຍຈະສົມທົບກັນຢ່າງແໜ້ນແຟ້ນຈັດຕັ້ງການເຄື່ອນໄຫວລະອຽດຫຼາຍຢ່າງເພື່ອຂຸດຄົ້ນກຳລັງບົ່ມຊ້ອນ ແລະ ທ່າແຮງຂອງແຂວງ Wakayama ແລະ ຂອງ ຫວຽດນາມ ຢ່າງສຸດຂີດ ໃນສະພາບການທີ່ ຫວຽດນາມ ແລະ ຍີ່ປຸ່ນ ພວມປະຕິບັດສັນຍາ CPTPP ຢ່າງມີປະສິດທິຜົນ ແລະ ກະກຽມປະຕິບັດ RCEP ໃນຕົ້ນປີ 2022 ນີ້.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ