ກະຊວງອຸດສາຫະກຳ ແລະ ການຄ້າຮຽກຮ້ອງ ຟີລິບປີນ ນຳ ຫວຽດນາມ ອອກຈາກການສືບສວນ​ຈຳ​ກັດ​ການ​ນຳ​ເຂົ້າເຫຼັກກ້າ

(VOVWORLD) - ກົມປ້ອງກັນດ້ານການຄ້າ ຫວຽດນາມ ສະເໜີໃຫ້ອົງການສືບສວນ ຟີລິບປີນ ເຄົາລົບບັນດາເງື່ອນໄຂລິເລີ່ມການສືບສວນ ແລະ ນຳໃຊ້ມາດຕະການອາລັກຂາຕາມຂໍ້ກຳນົດທີ່ລະບຸໃນສັນຍາອາລັກຂາຂອງອົງການການຄ້າໂລກ (WTO) ຢ່າງເຂັ້ມງວດ.
ກະຊວງອຸດສາຫະກຳ ແລະ ການຄ້າຮຽກຮ້ອງ ຟີລິບປີນ ນຳ ຫວຽດນາມ ອອກຈາກການສືບສວນ​ຈຳ​ກັດ​ການ​ນຳ​ເຂົ້າເຫຼັກກ້າ - ảnh 1(ພາບປະກອບ/ TTXVN) 

ກົມປ້ອງກັນດ້ານການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ຫາກໍ່ສົ່ງຈົດໝາຍເຖິງກົມການນຳເຂົ້າ (ກະຊວງການຄ້າ ແລະ ອຸດສາຫະກຳ ຟີລິບປີນ) ເພື່ອສະແດງຄວາມວິຕົກກັງວົນກ່ຽວກັບເລື່ອງ ກະຊວງການຄ້າ ແລະ ອຸດສາຫະກຳ ຟີລິບປີນ ລິເລີ່ມການສືບສວນ 3 ເຫດການຈຳກັດການນຳເຂົ້າທົ່ວໂລກ ສຳລັບບາງຜະລິດຕະພັນເຫຼັກກ້ານຳເຂົ້າປະເທດນີ້. ກົມປ້ອງກັນດ້ານການຄ້າ ຫວຽດນາມ ສະເໜີໃຫ້ອົງການສືບສວນ ຟີລິບປີນ ເຄົາລົບບັນດາເງື່ອນໄຂລິເລີ່ມການສືບສວນ ແລະ ນຳໃຊ້ມາດຕະການຈຳກັດການນຳເຂົ້າຕາມຂໍ້ກຳນົດທີ່ລະບຸໃນສັນຍາອາລັກຂາຂອງອົງການການຄ້າໂລກ (WTO) ຢ່າງເຂັ້ມງວດ.

        ໃນໄລຍະຈະມາເຖິງ, ກົມປ້ອງກັນດ້ານການຄ້າ ຫວຽດນາມ ຈະສືບຕໍ່ສົມທົບກັບສະຖານທູດ ຫວຽດນາມ, ອົງການການຄ້າ ຫວຽດນາມ ປະຈຳ ຟີລິບປີນ, ສະຫະສະມາຄົມເຫຼັກກ້າ ຫວຽດນາມ ແລະ ບັນດາວິສາຫະກິດ ຕິດຕາມການຜັນແປຂອງເຫດການດັ່ງກ່າວ, ດຳເນີນບັນດາການເຄື່ອນໄຫວທີ່ຈຳເປັນ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງບັນດາວິສາຫະກິດຜະລິດ, ສົ່ງອອກຂອງ ຫວຽດນາມ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ