ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ GDP ​ທັງ​ປີ​ນີ້​ຈະ​ບັນ​ລຸ 7,5-8,5%.

(VOVWORLD) -ຖ້າຫາກການເຕີບໂຕຕ່ຳຍ້ອນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ໃນປີ 2022, ການເຕີບໂຕ GDP ອາດຈະບັນລຸປະມານ 7,5%. ແຕ່ຖ້າຫາກໃນສະພາບການທີ່ທຸກຢ່າງຜັນແປຄືປະຈຸບັນ, ບໍ່ມີການປ່ຽນແປງກະທັນຫັນທີ່ບໍ່ມີຜົນປະໂຫຍດ ຕໍ່ພື້ນຖານເສດຖະກິດຂອງປະເທດຊາດຈາກພາຍນອກນັ້ນ ຄາດຄະເນລະດັບ  ເຕີບໂຕ GDP ບັນລຸປະມານ 8%. 
ກະ​ຊວງ​ແຜນ​ການ ແລະ ການ​ລົງ​ທຶນ ຄາດ​ຄະ​ເນ​ລະ​ດັບ​ການ​ເຕີບ​ໂຕ GDP ​ທັງ​ປີ​ນີ້​ຈະ​ບັນ​ລຸ 7,5-8,5%. - ảnh 1ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຈິນກວກເຟືອງ (ພາບ: VTC)

  ຄາດຄະເນສະພາບການເຕີບໂຕຂອງ GDP ແມ່ນຫຍຸ້ງຍາກພໍສົມຄວນ, ໂດຍສະເພາະໃນໄຕມາດ 4, ເມື່ອສະພາບການຜັນແປໃນໂລກສັບສົນ, ກະຊວງແຜນການ ແລະ ການລົງທຶນ ໄດ້ຍົກອອກສອງກໍລະນີຄື: ຖ້າຫາກການເຕີບໂຕຕ່ຳຍ້ອນປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງນັ້ນ, ໃນປີ 2022, ການເຕີບໂຕ GDP ອາດຈະບັນລຸປະມານ 7,5%. ແຕ່ຖ້າຫາກໃນສະພາບການທີ່ທຸກຢ່າງຜັນແປຄືປະຈຸບັນ, ບໍ່ມີການປ່ຽນແປງກະທັນຫັນທີ່ບໍ່ມີຜົນປະໂຫຍດ ຕໍ່ພື້ນຖານເສດຖະກິດຂອງປະເທດຊາດຈາກພາຍນອກນັ້ນ ຄາດຄະເນລະດັບ  ເຕີບໂຕ GDP ບັນລຸປະມານ 8%. ກ່ຽວກັບຄວາມຄາດຫວັງຕໍ່ເສດຖະກິດຫວຽດນາມ ປີ 2023, ກະຊວງແຜນການ ແລະ ການລົງທຶນ ຕີລາຄາສະພາບການຈະຍັງເຄັ່ງຕຶງ, ສະດວກ ແລະ ຫຍຸ້ງຍາກສະຫຼັບກັນ. ທ່ານຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ເຈິນກວກເຟືອງ ໃຫ້ຮູ້ວ່າ:

        “ ບັນດາຜູ້ຊ່ຽວຊາກ່າວວ່າ, ຖ້າຫາກບັນດາປະເທດສາມາດຄວບຄຸມອັດຕາເງິນເຟີ້ສູງ ຂອງບັນດາພື້ນຖານເສດຖະກິດໃຫຍ່ນັ້ນ, ກໍ່ຈະພາໄປຖິງການຊຸດໂຊມເສດຖະກິດຢ່າງງ່າຍດາຍ ເພື່ອແກ້ໄຂສະພາບອັດຕາເງິນເຟີ້ສູງ ແລະ ນຳໄປເຖິງເສດຖະກິດຊຸດໂຊມນັ້ນ, ຕ້ອງໃຊ້ເວລາຍາວນານ. ພື້ນຖານເສດຖະກິດຂອງພວກເຮົາມີຂອບຂະໜາດບໍ່ທັນໃຫຍ່, ແຕ່ວ່າລະດັບການເປີດແມ່ນໃຫຍ່ທີ່ສຸດ ສະນັ້ນຕ້ອງຮັບຜົນກະທົບຈາກອັດຕາເງິນເຟີ້ທົ່ວໂລກ. ນອກຈາກນັ້ນພວກເຮົາຍັງຕ້ອງມີສະຕິລະວັງຕົວຕໍ່ບັນດາປັດໄຈພາວະວິໄສເຊັ່ນ ໄພທຳມະຊາດ, ໂລກລະບາດ. ກະຊວງແຜນການ ແລະ ການລົງທຶນ ເປັນເສນາທິການ ແລະ ສະເໜີຕໍ່ລັດຖະບານເລືອກເອົາກໍລະນີເຕີບໂຕປີ 2023 ແມ່ນປະມານ 6,5%.        

ຕອບກັບ

ຂ່າວ/ບົດ​ອື່ນ